ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖະຫວາຍທູບທຽນອາໄລຫາ ປະທານໂຮ່ຈີມິນ

      ເນື່ອງໃນໂອກາດບຸນເຕັດປີຂານ 2022, ສະເຫຼີມສະຫຼອງ 92 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3/2/1930 – 3/2/2022), ຕອນເຊົ້າວັນທີ 30 ມັງກອນ (ກົງກັບວັນທີ 28 ເດືອນທັນວາ ປີສະຫຼູ), ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ໄປຖະຫວາຍທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນເລກທີ 67 ໃນເຂດປູຊະນີຍະສະຖານປະຫວັດສາດປະທານໂຮ່ຈີມິນ ຢູ່ທຳນຽບປະທານປະເທດ
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຖະຫວາຍທູບທຽນອາໄລຫາ ປະທານໂຮ່ຈີມິນ (ພາບ: TTXVN)
      ເຮືອນເລກທີ 67 ແມ່ນບ່ອນປະທານໂຮ່ຈີມິນເຖີງແກ່ມໍລະນະກຳ, ປັດຈຸບັນຍັງຮັກສາວັດຖຸຫຼາຍຢ່າງທີ່ຕິດພັນກັບຊີວິດ ແລະ ພາລະກິດຂອງເພິ່ນ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຖະຫວາຍທູບທຽນ, ສະແດງຄວາມຮູ້ບຸນຄຸນ ແລະ ອາໄລຫາ ປະທານໂຮ່ຈີມິນ ການນຳແສນເຄົາລົບຮັກຂອງປະຊາຊົນ ຫວຽດນາມ, ເພີ່ນໄດ້ປະໄວ້ໃຫ້ຄົນລຸ້ນຫລັງຫລາຍໆບົດຮຽນອັນລ້ຳຄ່າ ກ່ຽວກັບແນວຄິດ, ຄຸນສົມບັດ, ແບບແຜນດຳລົງຊີວິດ.
ຕໍ່ຈາກນັ້ນ, ເມື່ອໂອ້ລົມກັບໝູ່ຄະນະພະນັກງານເຂດປູຊະນີຍະສະຖານ, ທ່ານ ຫງວຽນຝູຈ້ອງ ໄດ້ຕັກເຕືອນ ພະນັກງານ, ພາລະກອນຕ້ອງຖ່າຍທອດໄດ້ບັນດານ້ຳໃຈເຄົາລົບນັບຖືຕໍ່ທ່ານປະທານ ໂຮ່ຈີມິນ, ສະແດງຄວາມມານະພະຍາຍາມ, ສູ້ສົນ, ການເສຍສະຫຼະຂອງເພິ່ນໃຫ້ແກ່ປະເທດຊາດ.
(ແຫຼ່ງຄັດຈາກ VOV)


top