ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ

ຫວຽດນາມ ປະຕິບັດແນວທາງເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນທາງການທູດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ໃນນັ້ນສືບຕໍ່ຊຸກຍູ້ການພົວພັນຮ່ວມມື, ມິດຕະພາບລະຫວ່າງ 2 ປະເທດ

  ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ Marc E. Knapper ປະຈຳ ຫວຽດນາມ

(ພາບ: TTXVN)  

 ຕອນບ່າຍວັນທີ 25 ເມສາ, ຢູ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E. Knapper, ເນື່ອງໃນໂອກາດມາຮັບໜ້າທີ່ການທູດຢູ່ ຫວຽດນາມ. ທ່ານເອກອັກຄະລັດຖະທູດ Marc E. Knapper ຖືວ່າ, 2 ປະເທດຍັງມີຄວາມສາມາດບົ່ມຊ້ອນພັດທະນາຫຼາຍຢ່າງກວ່າອີກໃນໄລຍະຈະມາເຖິງ; ທ່ານຢືນຢັນວ່າ ອາເມລິກາ ສະໜັບສະໜູນປະເທດ ຫວຽດນາມ ເຂັ້ມແຂງ, ເອກະລາດ, ວັດທະນາຖາວອນແ ລະ ຊຸກຍູ້ການພົວພັນລະຫວ່າງ 2 ປະເທດ ໂດຍອີງໃສ່ພື້ນຖານເຄົາລົບລະບອບການເມືອງຂອງກັນ. ທ່ານໃຫ້ຮູ້ວ່າ ຈະມານະພະຍາຍາມເພື່ອປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນ ຫວຽດນາມ - ອາເມລິກາ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຢືນຢັນວ່າ, ຫວຽດນາມ ປະຕິບັດແນວທາງເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ຮ່ວມມື ແລະ ພັດທະນາ, ຫັນການພົວພັນທາງການທູດເປັນຫຼາຍຮູບຫຼາຍແບບ ແລະ ຫຼາຍຝ່າຍ, ໃນນັ້ນສືບຕໍ່ຊຸກຍູ້ການພົວພັນຮ່ວມມື, ມິດຕະພາບລະຫວ່າງ 2 ປະເທດ ບົນພື້ນຖານເຄົາລົບເຊິ່ງກັນແລະ ກັນ, ເພື່ອຜົນປະໂຫຍດຂອງ 2 ປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືຢູ່ພາກພື້ນ ແລະ ໃນໂລກ. ທ່ານເລຂາທະການໃຫຍ່ສະເໜີໃຫ້ທ່ານເອກອັກຄະລັດຖະທູດ Marc E. Knapper ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ແລະ ການພົວພັນຂອງ 2 ປະເທດໃຫ້ບັນລຸຜົນສຳເລັດໃນອາຍຸການປະຕິບັດງານຂອງຕົນຢູ່ ຫວຽດນາມ.


top