ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບຄະນະຜູ້ແທນ ຄະນະກຳມະການສູນກາງແນວລາວສ້າງຊາດ

      ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ປາຖະໜາໃຫ້ ຄະນະຂົນຂວາຍປະຊາຊົນສູນກາງ ຫວຽດນາມ ກັບ ແນວລາວສ້າງຊາດ ປະສານສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ

ທ່ານ ໄຊສົມພອນ ພົມວິຫານ ແລະ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
      ຕອນເຊົ້າວັນທີ 4 ກັນຍາ, ທີ່ສຳນັກງານສູນກາງພັກ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນ ຄະນະກຳມະການສູນກາງແນວລາວສ້າງຊາດ ນຳໂດຍທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ກຳລັງຢ້ຽມຢາມ ສສ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ປາຖະໜາໃຫ້ ຄະນະຂົນຂວາຍປະຊາຊົນສູນກາງ ຫວຽດນາມ ກັບ ແນວລາວສ້າງຊາດ ປະສານສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງ ໂດຍສະເພາະແມ່ນບັນດາປະສົບການກ່ຽວກັບວຽກງານການຂົນຂວາຍປະຊາຊົນຂອງແຕ່ລະພັກ, ບຳລຸງກໍ່ສ້າງພະນັກງານ, ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນນັ້ນມີການຂົນຂວາຍ, ໂຄສະນາສຶກສາອົບຮົມ ໃຫ້ແກ່ບັນດາປະຊາຊົນຊັ້ນຕ່າງໆຂອງສອງຊາດ ໂດຍສະເພາະແມ່ນຄົນລຸ້ນໜຸ່ມ ກ່ຽວກັບມູນເຊື້ອສາຍພົວພັນແບບພິເສດ ລະຫວ່າງ ຫວຽດນາມ - ລາວ.
ທ່ານ ໄຊສົມພອນ ພົມວິຫານ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນລາວຈະເຮັດສຸດຄວາມສາມາດຂອງຕົນ ເພື່ອພ້ອມກັບຫວຽດນາມ ປົກປັກຮັກສາ ແລະ ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນສາມັກຄີພິເສດລາວ - ຫວຽດນາມ ໃຫ້ນັບມື້ນັບພັດທະນາຂຶ້ນສູ່ບາດກ້າວໃໝ່, ເພື່ອຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ເພື່ອສັນຕິພາບ, ຄວາມໝັ້ນຄົງ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ. ແນວລາວສ້າງຊາດຈະສົມທົບຢ່າງແໜ້ນແຟ້ນກັບ ຄະນະຂົນຂວາຍປະຊາຊົນສູນກາງ ແລະ ແນວໂຮມປະເທດຊາດຫວຽດນາມ ຜັນຂະຫຍາຍປະຕິບັດບັນດາການຕົກລົງຮ່ວມມືທີ່ໄດ້ລົງນາມໃຫ້ມີປະສິດທິຜົນ.

ທ່ານ ໄຊສົມພອນ ພົມວິຫານ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ
      ໃນຕອນບ່າຍວັນທີ 4 ກັນຍາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ກໍ່ໄດ້ໃຫ້ການຕ້ອນຮັບທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ເຊັນດຽວກັນ.
ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິກຫວຽດນາມ ນຳໂດຍທ່ານນາງ ເຈືອງທິມາຍ ຫົວໜ້າ ຄະນະຂົນຂວາຍປະຊາຊົນສູນກາງ ໄດ້ມີການ ເຈລະຈາກັບຄະນະຜູ້ແທນ ຄະນະກຳມະການສູນກາງແນວລາວສ້າງຊາດ. ທີ່ການ ເຈລະຈາ, ສອງຝ່າຍຢັ້ງຢືນວ່າຈະປະສານສົມທົບກັນຢ່າງແໜ້ນແຟ້ນ ປະຕິບັດຢ່າງມີປະສິດທິຜົນບັນດາຂໍ້ຕົກລົງ ລະຫວ່າງການນຳຂັ້ນສູງສອງພັກ ແລະ ຂໍ້ຕົກລົງຮ່ວມມື ລະຫວ່າງ ສອງອົງການ ໄລຍະ 2016-2020 ໃນນັ້ນ, ມີການເພີ່ມທະວີ ແລກປ່ຽນຂໍ້ມູນຂ່າວສານ, ປະສົບການກ່ຽວກັບວຽກງານການຂົນຂວາຍ; ຊີ້ນຳບັນດາອົງການກ່ຽວຂ້ອງຂອງສອງພັກຈາກສູນກາງ ລົງ ຮອດທ້ອງຖິ່ນ ຊຸກຍູ້ການຮ່ວມມື, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ປະຕິບັດມະຕິກອງປະຊຸມໃຫຍ່ຂອງແຕ່ລະພັກຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)


top