ຂ່າວສານ

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ກໍ່ສ້າງພັກ ແລະ ລະບົບການເມືອງນັບມື້ນັບປອດໃສ, ໝັ້ນຄົງເຂັ້ມແຂງ ແລະ ສົມກັບໜ້າທີ່

      ຕອນເຊົ້າວັນທີ 9 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານກອງປະຊຸມພະນັກງານທົ່ວປະເທດເຊື່ອມຊຶມ, ຜັນຂະຫຍາຍ ບົດສະຫຼຸບ ແລະ ຂໍ້ກຳນົດຂອງຄະນະບໍລິຫານງານສູນກາງພັກກ່ຽວກັບວຽກງານກໍ່ສ້າງ ແລະ ປັບປຸງພັກ. ກອງປະຊຸມຖືກຈັດຂຶ້ນໂດຍກົງສົມທົບທາງໄກ. ເຂົ້າຮ່ວມກອງປະຊຸມຍັງມີທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້.
ກອງປະຊຸມພະນັກງານທົ່ວປະເທດເຊື່ອມຊຶມ, ຜັນຂະຫຍາຍ ບົດສະຫຼຸບ ແລະ ຂໍ້ກຳນົດຂອງຄະນະບໍລິຫານງານສູນກາງພັກ
ກ່ຽວກັບວຽກງານກໍ່ສ້າງ ແລະ ປັບປຸງພັກ.
      ກ່ຽວກັບເນື້ອໃນກອງປະຊຸມຄັ້ງນີ້, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ:
        ບົດສະຫຼຸບຂອງກອງປະຊຸມສູນກາງພັກຄັ້ງທີ 4 ຊຸດທີ XIII ໄດ້ສືບທອດ, ເພີ່ມເຕີມ, ເຮັດແຈ້ງ ແລະ ຮຽກຮ້ອງຕ້ອງດຳເນີນຢ່າງຄົບຊຸດ ແລະ ຂ້ຽວຂາດກວ່າອີກ ໃນຫຼາຍວຽກງານຢ່າງລະອຽດ, ແທດຈິງສຸມໃສ່ 4 ກຸ່ມໜ້າທີ່, ມາດຕະການ ເຊິ່ງກອງປະຊຸມສູນກາງພັກ ຄັ້ງທີ 4 ຊຸດທີ XII ໄດ້ວາງອອກກ່ຽວກັບວຽກງານການເມືອງ, ແນວຄິດ, ຕິຊົມຕົນເອງ ແລະ ຕິຊົມໝູ່ເພື່ອນ; ກ່ຽວກັບກົນໄກ, ນະໂຍບາຍ, ກ່ຽວກັບການກວດກາ, ຕິດຕາມກວດກາ, ລະບຽບວິໄນຂອງພັກ; ກ່ຽວກັບການເສີມຂະຫຍາຍບົດບາດຂອງປະຊາຊົນ ແລະ ແນວໂຮມປະເທດຊາດ ຫວຽດນາມ, ອົງການຈັດຕັ້ງມະຫາຊົນການເມືອງ - ສັງຄົມ. ພ້ອມດຽວກັນນັ້ນ ເພີ່ມເຕີມ, ເນັ້ນໜັກເຖິງກຸ່ມໜ້າທີ່, ມາດຕະການກ່ຽວກັບການ “ສຸມໃສ່ກໍ່ສ້າງຖັນແຖວພະນັກງານທຸກຂັ້ນ, ໂດຍສະເພາະແມ່ນຂັ້ນຍຸດທະສາດ ແລະ ຜູ້ນຳໜ້າ ຕິດພັນກັບການປ່ຽນແປງໃໝ່, ສັບຊ້ອນການຈັດຕັ້ງ, ກົງຈັກຂອງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນຕື່ມອີກ”. ຮັບປະກັນຫຼັກການພັກເອກະພາບ ຊີ້ນຳວຽກງານພະນັກງານ ແລະ ຄຸ້ມຄອງຖັນແຖວພະນັກງານ; ເຊື່ອມຊຶມຢ່າງເລິກເຊິ່ງກ່ຽວກັບບົດບາດຂອງວຽກງານພະນັກງານເປັນ “ຫຼັກແຫຼ່ງຂອງຫຼັກແຫຼ່ງ”, ມີຄວາມໝາຍຕັດສິນທຸກຜົນສໍາເລັດຂອງປະເທດຊາດ, ນັບທັງໃນສະເພາະໜ້າ ແລະ ຍາວນານ.”
(ແຫຼ່ງຄັດຈາກ VOV)


top