ຂ່າວສານ

ທ່ານເລຂາທິການໃຫຍ່ ສປຊ ໄປປະຕິບັດງານຢູ່ເອີລົບ, ຊຸກຍູ້ມາດຕະການສັນຕິພາບໃຫ້ການປະທະກັນ ລັດເຊຍ - ຢູແກຼນ

ທ່ານເລຂາທິການໃຫຍ່ Antonio Guterres ເດີນທາງໄປຍັງນະຄອນຫຼວງ Ankara ຂອງ ຕວກກີ ໃນວັນທີ 25 ເມສາ ແລະ ມີການພົບປະກັບທ່ານປະທານາທິບໍດີ ຕວກກີ Tayyip Erdogan.
  ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres (ພາບ: AFP/TTXVN)  

 ວັນທີ 24 ເມສາ, ສະຫະປະຊາຊາດ ໄດ້ປະກາດແຜນການໄປປະຕິບັດງານຢູ່ ຕວກກີ, ລັດເຊຍ ແລະ ຢູແກຼນ ຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres. ຕາມນັ້ນແລ້ວ, ທ່ານເລຂາທິການໃຫຍ່ Antonio Guterres ເດີນທາງໄປຍັງນະຄອນຫຼວງ Ankara ຂອງ ຕວກກີ ໃນວັນທີ 25 ເມສາ ແລະ ມີການພົບປະກັບທ່ານປະທານາທິບໍດີ ຕວກກີ Tayyip Erdogan. ຖັດຈາກນັ້ນ, ຄາດວ່າ ທ່ານເລຂາທິການໃຫຍ່Antonio Guterres ຈະໄປເຖິງ ມົດສະກູ ໃນວັນທີ 26 ເມສາ ແລະ ຈະເຈລະຈາກັບທ່ານປະທານາທິບໍດີ ລັດເຊຍ Vladimir Putin. ສຸດທ້າຍທ່ານ Antonio Guterres ຈະໄປເຖິງ ຢູແກຼນ ໃນວັນທີ 28 ເມສາ ແລະ ຈະພົບປະກັນທ່ານປະທານາທິບໍດີ Vlodymyr Zelensky, ທ່ານລັດຖະມົນຕີການຕ່າງປະເທດ Dmytro Kuleba ແລະ ພາລະກອນຢູ່ບັນດາອົງການຂອງສະຫະປະຊາຊາດ, ເພື່ອປຶກສາຫາລືກ່ຽວກັບການເປີດກວ້າງກຳລັງໜູນຊ່ວຍມະນຸດສະທຳ.


top