ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຈັດວາລະປຶກສາຫາລືໂຕະມົນຂັ້ນສູງທາງອອນລາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ.

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres
(ພາບ: TTXVN)
ວັນທີ 24 ກັນຍາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໄດ້ຈັດວາລະປຶກສາຫາລືໂຕະມົນຂັ້ນສູງທາງອອນລາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ ຊຸດທີ 75 ພວມດຳເນີນໄປຢູ່ນິວຢອກ, ປະເທດອາເມລິກາ.
ການນຳຫຼາຍປະເທດ, ຜູ້ຕາງໜ້າວົງການການເງິນວິສາຫະກິດ ແລະ ບັນດາອົງການຈັດຕັ້ງພົນລະເຮືອນໄດ້ເຂົ້າຮ່ວມເຫດການ ເພື່ອແນໃສ່ພ້ອມກັນຍົກອອກແຜນການຮັບມືກັບວິກິດການການປ່ຽນແປງຂອງດິນຟ້າອາກາດ ທີ່ພວມນັບມື້ນັບຮ້າຍແຮງຂຶ້ນກວ່າເກົ່າ. ກ່າວຄຳເຫັນທີ່ພິທີໄຂ, ທ່ານເລຂາທິການໃຫຍ່ Antonio Guterres ຖືວ່າ, ໂລກນີ້ພວມອຸ່ນຂຶ້ນຢູ່ໃນລະດັບເຕືອນໄພແລ້ວ ແລະ ການປ່ອຍອາຍພິດເຮືອນແກ້ວພວມເຮັດໃຫ້ໂລກນັບມື້ນັບປະເຊີນໜ້າກັບໄພພິບັດ ໄຟໄໝ້ປາ, ນ້ຳຖ້ວມ, ພາຍຸ ຕະຫຼອດຮອດການຄ້ຳປະກັນດ້ານສະບຽງອາຫານ ແລະ ເສດຖະກິດຊຸດໂຊມ.
ທີ່ວາລະປຶກສາຫາລື, ທ່ານເລຂາທິການໃຫຍ່ Antonio Guterres ກໍ່ນຳສະເໜີ 6 ກຸ່ມກະທຳເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ເພື່ອໃຫ້ການນຳບັນດາປະເທດສາມາດຊັ່ງຊາດຳເນີນການປະຕິບັດໄດ້.
(ແຫຼ່ງຄັດຈາກ VOV)