ຂ່າວສານ

ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ມີການກະທຳຕ້ານຈຳແນກການປະພຶດເຊື້ອຊາດເຜົ່າພັນ

ວັນທີ 18 ມີນາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງໂລກຈົ່ງມີການກະທຳຕ້ານຈຳແນກການປະພຶດເຊື້ອຊາດເຜົ່າພັນ.
  ທ່ານເລຂາທິການໃຫຍ່ ສປຊ Antonio Guterres.ພາບ: TTXVN  

 ກ່າວຄຳເຫັນທີ່ງານຊຸມນຸມມິດຕິງ ຢູ່ ສະມັດຊາໃຫຍ່ ສປຊ ເນື່ອງໃນໂອກາດວັນທົ່ວໂລກຕ້ານຈຳແນກການປະພຶດເຊື້ອຊາດເຜົ່າພັນ ຄືວັນທີ 21 ມີນາ, ທ່ານເລຂາທິການໃຫຍ່ ສປຊ ຊີ້ແຈ້ງວ່າ ພວກເຮົາຄວນສາມັກຄີເປັນຈິດຫນຶ່ງໃຈດຽວ ແລະ ມີສຽງເວົ້າລວມກ່ຽວກັບຄວາມສະເຫມີພາບ, ຄວາມເຄົາລົບ, ຍຸຕິທຳ ໃຫ້ທຸກຄົນ. ທ່ານເລຂາທິການໃຫຍ່ ສປຊ ຮຽກຮ້ອງໃຫ້ ທົ່ວໂລກຄວນມີຂໍ້ກຳນົດກົດລະບຽບສັງຄົມໃຫມ່ ຊື່ງ ຢູ່ນັ້ນ ທຸກຄົນລ້ວນແຕ່ມີສິດຜົນປະໂຫຍດ ແລະ ກາລະໂອກາດຄວາມສະເຫມີພາບເພື່ອຕ້ານຄືນຄວາມອຶດຫິວທຸກຍາກ ແລະ ຕ້ອງລົງທຶນໃສ່ການສຶກສາ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຜູກພັນສັງຄົມ. ພ້ອມກັບການເຄົາລົບບັນດາພາລະບົດບາດ ແລະ ຄຳໝັ້ນສັນຍາສຳລັບສິດທິມະນຸດ, ບັນດາປະເທດສະມາຊິກ ຕ້ອງສະແດງຄວາມຕັດສິນໃຈດ້ານການເມືອງຢ່າງແຮງກວ່າ ແລະ ຍູ້ແຮງການກະທຳຕ້ານການຈຳແນກການປະພຶດເຊື້ອຊາດເຜົ່າພັນ ແລະ ຄວາມສະເຫມີພາບ.



top