ຂ່າວສານ

ທ່ານເລຂາທິການໃຫຍ່ ສປຊ ກ່າວເຕືອນເຖິງຄວາມເຄັ່ງຕຶງ ລະຫວ່າງ ອາເມລິກາ - ຈີນ ວ່າ ອາດຈະແບ່ງໂລກອອກເປັນ 2 ກຸ່ມ

      ໃນບົດກ່າວປາໄສໃນວັນທີ 18 ສິງຫາ, ທ່ານເລຂາທິການໃຫຍ່, ສປຊ Antonio Guterres ໄດ້ກ່າວເຕືອນເຖິງຄວາມເຄັ່ງຕຶງລະຫວ່າງ ອາເມລິກາ - ຈີນວ່າ ອາດຈະແບ່ງໂລກອອກເປັນ 2 ກຸ່ມ.
        ທ່ານ Antonio Guterres ຊີ້ແຈ້ງວ່າ ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ຍັງບໍ່ຖືກຕິດຂັດຄືໃນປັດຈຸບັນມາກ່ອນ ແລະ ຄວາມບໍ່ລົງລອຍກັນທາງດ້ານເສດຖະກິດລະຫວ່າງສອງປະເທດຈະເຮັດໃຫ້ໂລກກາຍເປັນສອງກຸ່ມດ້ວຍສອງສະກຸນເງິນຫຼັກແຫຼ່ງ, ສອງກົດການຄ້າ, ສອງເຄືອຂ່າຍອິນເຕີແນັດທີ່ແຕກຕ່າງກັນ, 2 ຍຸດທະສາດກ່ຽວກັບພູມປັນຍາທຽມອັດສະລິຍະ ແລະ ສອງຍຸດທະສາດດ້ານການທະຫານ ແລະ ພູມສາດຍຸດທະສາດທີ່ແຕກຕ່າງກັນ. ສິ່ງດັ່ງກ່າວ ຈະແມ່ນຄວາມສ່ຽງອັນໃຫຍ່ຫຼວງສໍາລັບ ໂລກ.
(ແຫຼ່ງຄັດຈາກ VOV)


top