ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ສິ້ນສຸດການຢ້ຽມຢາມທາງລັດຖະກິດຢູ່ລາວດ້ວຍຜົນສຳເລັດອັນດີງາມ

ຕອນບ່າຍວັນທີ 25 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໄດ້ເປັນເຈົ້າພາບໃນພິທີສົ່ງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟູຈ້ອງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມເດີນທາງອອກຈາກ ນະຄອນຫຼວງ ວຽງຈັນ ໄປຢ້ຽມຢາມທາງລັດຖະກິດລາຊະອານາຈັກ ກຳປູເຈຍ.

ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ສືບຕໍ່ພັດທະນາ,

ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ ໃນຫຼາຍຂົງເຂດ

(ພາບ: TTXVN)

ເມື່ອສິ້ນສຸດການຢ້ຽມຢາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ສົ່ງໂທລະເລກສະແດງຄວາມຂໍຂອບໃຈ ທ່ານ ເລຂາທິການໃຫຍ່, ປະທານປະເທດ ສປປ. ລາວ ບຸນຍັງ ວໍລະຈິດ. ໃນໂທລະເລກ, ທ່ານ ຫງວຽນຟູຈ້ອງ ຢັ້ງຢືນວ່າ: ພວກຂ້າພະເຈົ້າເຊື່ອໝັ້ນຢ່າງໜັກແໜ້ນວ່າ ໝາກຜົນຂອງການຢ້ຽມຢາມຄັ້ງນີ້ຈະປະກອບສ່ວນຊຸກຍູ້ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິແບບເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ສືບຕໍ່ພັດທະນາ, ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ ແລະ ແທດຈິງ ໃນຫຼາຍຂົງເຂດ, ເພື່ອຜົນປະໂຫຍດຂອງປະຊາຊົນທັງສອງປະເທດ, ເພື່ອ ສັນຕິພາບ ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)


top