ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຖະຫວາຍດອກໄມ້, ຈູດທູບທຽນ ອາໄລຫາປະທານໂຮ່ຈີມິນ

      ຕອນເຊົ້າວັນທີ 01 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ ຖະຫວາຍດອກໄມ້, ຈູດທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນ 67 ເຊິ່ງຕັ້ງຢູ່ໃນເຂດອະນຸສອນສະຖານປະທານໂຮ່ຈີມິນ ໃນບໍລິເວນທໍານຽບປະທານປະເທດ.
        ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 74 ປີ (2/9/1945 – 2/9/2019); 50 ປີ ແຫ່ງວັນປະຕິບັດຄໍາພິໄນກໍາຂອງປະທານໂຮ່ຈີມິນ ແລະ ລະນຶກເຖິງ 50 ປີ ແຫ່ງວັນເຖິງແກ່ມໍລະນະກໍາຂອງເພິ່ນ (1969 – 2019), ຕອນເຊົ້າວັນທີ 01 ກັນຍາ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ ຖະຫວາຍດອກໄມ້, ຈູດທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນ 67 ເຊິ່ງຕັ້ງຢູ່ໃນເຂດອະນຸສອນສະຖານປະທານໂຮ່ຈີມິນ ໃນບໍລິເວນທໍານຽບປະທານປະເທດ.
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ພ້ອມດ້ວຍຄະນະໄປຖະຫວາຍດອກໄມ້,
ຈູດທູບທຽນ ອາໄລຫາປະທານໂຮ່ຈີມິນ ຢູ່ເຮືອນ 67 (ພາບ: TTXVN)
      ຫຼັງຈາກນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໂອ້ລົມກັບພະນັກງານ, ພາລະກອນຢູ່ເຂດອະນຸສອນສະຖານປະທານໂຮ່ຈີມິນ. ນະທີນີ້, ທ່ານກ່າວວ່າ:
        “ເມື່ອເວົ້າກ່ຽວກັບປະທານໂຮ່ຈີມິນ ແມ່ນພວກເຮົາເວົ້າເທົ່າໃດກໍບໍ່ພໍ. ເພິ່ນເປັນຜູ້ໜຶ່ງທີ່ຍິ່ງໃຫຍ່ ແຕ່ລຽບງ່າຍ, ໃກ້ຊິດສະໜິດສະໜົມ ແລະ ມີຄວາມຮັກແພງທີ່ລົ້ນເຫຼືອ. ຂ້າພະເຈົ້າປາດຖະໜາວ່າ ບັນດາພະນັກງານ, ພາລະກອນເຮັດວຽກຢູ່ທີ່ນີ້ ຕ້ອງເປັນແບບຢ່າງ, ຍິ່ງກວ່າໃຜໝົດ ພວກເຮົາຕ້ອງດໍາລົງຊີວິດ, ເຮັດວຽກຕາມແບບຢ່າງຂອງເພິ່ນ. ຮຽນຕາມເພິ່ນບໍ່ແມ່ນຮຽນຂຶ້ນໃຈ, ບໍ່ແມ່ນເວົ້າໃຫ້ລ່ຽນໄຫຼເວົ້າໃຫ້ມ່ວນ, ຫາກຕ້ອງເຊື່ອມຊຶມ ແລະ ຝັງເລິກເຂົ້າໃນໃຈ, ໃນສະໝອງ, ໃນສາຍເລືອດຂອງຕົນ ເພື່ອຖ່າຍທອດເນື້ອໃນຈິດໃຈນັ້ນໃຫ້ແກ່ປະຊາຊົນ ແລ້ວຫັນເປັນການກະທໍາທີ່ລະອຽດ, ມີຊີວິດຊີວາ, ເປັນປະໂຫຍດໃຫ້ແກ່ປະຊາຊົນ ຖືກຕ້ອງຕາມຄໍາສັ່ງສອນຂອງເພິ່ນ. ພວກເຮົາຕ້ອງພະຍາຍາມປະຕິບັດຕາມເນື້ອໃນຈິດໃຈຂອງເພິ່ນ”.
        ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ກໍສະເໜີໃຫ້ເຂດອະນຸສອນສະຖານ ປະທານໂຮ່ຈີມິນ ປຸກລະດົມຖັນແຖວຜູ້ຊ່ວຍວຽກ, ມີຮູບແບບການໂຄສະນາ ເພື່ອແຜ່ຂະຫຍາຍແບບຢ່າງຄຸນສົມບັດ, ແນວຄິດ, ວິຖີຊີວິດ ແລະ ພາລະກິດອັນສະຫງ່າງາມຂອງເພິ່ນເຖິງປະຊາຊົນທຸກຊັ້ນວັນນະ ແລະ ເພື່ອນມິດສາກົນຢ່າງເລິກເຊິ່ງກວ້າງຂວາງກວ່າອີກ.
 (ແຫຼ່ງຄັດຈາກ VOV)
 

           
      

top