ທຸກວຽກງານກະກຽມໃຫ້ແກ່ປີ APEC 2027 ຕ້ອງຕິດແທດກັບແຜນນະໂຍບາຍຂອງພັກ, ຕິດພັນກັນຢ່າງສະໜິດແໝ້ນກັບຄວາມຕ້ອງການພັດທະນາຂອງປະເທດ, ສອດຄ່ອງກັບກົດໝາຍສາກົນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກ່າວປາໄສໃນກອງປະຊຸມ. (ພາບ: VNA)
ທີ່ການເຮັດວຽກກັບຄະນະກຳມະການແຫ່ງຊາດ APEC, ຕອນບ່າຍວັນທີ 06 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເນັ້ນໜັກວ່າ ທຸກວຽກງານກະກຽມໃຫ້ແກ່ປີ APEC 2027 ຕ້ອງຕິດແທດກັບແຜນນະໂຍບາຍຂອງພັກ, ຕິດພັນກັນຢ່າງສະໜິດແໜ້ນກັບຄວາມຕ້ອງການພັດທະນາຂອງປະເທດ, ສອດຄ່ອງກັບກົດໝາຍສາກົນ; ສະແດງໃຫ້ເຫັນເຖິງນະໂຍບາຍການຕ່າງປະເທດທີ່ເປັນເອກກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຮູບຫຼາຍແບບ ຫຼາຍຝ່າຍ ແລະ ຄວາມຮັບຜິດຊອບຂອງ ຫວຽດນາມ ຕໍ່ປະຊາຄົມສາກົນ. ວຽກງານໂຄສະນາເຜີຍແຜ່, ວັດທະນະທຳ ແລະ ໂຄສະນາພາບພົດຂອງປະເທດຊາດ ຕ້ອງໄດ້ຮັບການຜັນຂະຫຍາຍຢ່າງມີແບບມີແຜນ, ມີຫົວຄິດປະດິດສ້າງ, ແຜ່ກະຈາຍພາບພົດ ຫວຽດນາມ ແຫ່ງສັນຕິພາບ, ສະຖຽນລະພາບ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ເຂັ້ມແຂງດ້ວຍຕົນເອງ, ຂະຫຍັນຂັນເຄື່ອນ, ພວມບືນຕົວຂຶ້ນຢ່າງແຮງໃນຍຸກສະໄໝຂອງການພັດທະນາໃໝ່.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຮຽກຮ້ອງໃຫ້ລັດຖະບານ, ຄະນະກຳມະການແຫ່ງຊາດ ແລະ ທ້ອງຖິ່ນຕ່າງໆ, ໂດຍສະເພາະແມ່ນແຂວງ ອານຢາງ, ສືບຕໍ່ສຸມໃສ່ຢ່າງເຂັ້ມງວດ. ກ່ອນອື່ນໝົດແມ່ນກະກຽມການຮັບບົດບາດເປັນປະເທດເຈົ້າພາບ ແລະ ບັນດາການເຄື່ອນໄຫວຂອງປີ APEC 2027, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ບັນດາສະມາຊິກ APEC ກ່ຽວກັບຄວາມພ້ອມຂອງ ຫວຽດນາມ.