ການຢ້ຽມຢາມດຳເນີນໄປໃນຈຸດເວລາທີ່ທັງສອງປະເທດ ພວມຢືນຢູ່ບັນດາຄວາມຮຽກຮ້ອງພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍພັດທະນາ 100 ປີໃນປີ 2030 ແລະ 2045.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ພັນລະຍາ (ພາບ: VNA)
ຕອນເຊົ້າວັນທີ 08 ພະຈິກ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ (ແຕ່ວັນທີ 08-11 ພະຈິກ) ຕາມຄຳເຊີນຂອງລັດ ຍີ່ປຸ່ນ.
ການຢ້ຽມຢາມດຳເນີນໄປໃນຈຸດເວລາທີ່ທັງສອງປະເທດ ພວມຢືນຢູ່ບັນດາຄວາມຮຽກຮ້ອງພັດທະນາໃໝ່. ຫວຽດນາມ ພວມຍູ້ແຮງການຫັນເປັນອຸດສາຫະກຳ, ທັນສະໄໝ, ມຸ່ງໄປສູ່ສອງເປົ້າໝາຍພັດທະນາ 100 ປີໃນປີ 2030 ແລະ 2045. ຍີ່ປຸ່ນ ກໍ່ພວມຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່, ຕິດພັນການພັດທະນາເສດຖະກິດກັບວິທະຍາສາດ - ເຕັກໂນໂລຊີ, ຍົກສູງກຳລັງແຮງແຫ່ງຊາດ ແລະ ຟື້ນຟູທີ່ຕັ້ງນຳໜ້າໃນບັນດາຂົງເຂດເສດຖະກິດ, ເຕັກໂນໂລຊີຫຼັກແຫຼ່ງ.