ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ: ສຸຂະພາບຮ່າງກາຍຂອງປະຊາຊົນແມ່ນສ່ວນໜຶ່ງທີ່ຂາດບໍ່ໄດ້ຂອງກຳລັງແຮງຂອງຊາດ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງທີ່ຈຳເປັນທີ່ຕ້ອງຖືສຸຂະພາບ, ຮ່າງກາຍຂອງປະຊາຊົນ ເປັນສ່ວນໜຶ່ງທີ່ສຳຄັນຂອງປະເທດຊາດ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ, ທີ່ການເຮັດວຽກ (ພາບ: VNA)

ຕອນບ່າຍວັນທີ 02 ຕຸລາ, ທີ່ສຳນັກງານສູນກາງພັກ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ ຫວຽດ​ນາມ, ​ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້ເຮັດວຽກກັບຄະນະພັກລັດຖະບານ, ຄະ​ນະ​ພັກ​ກະ​ຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດ​ນ​າມ ແລະ ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງກ່ຽວກັບການຈັດຕັ້ງປະຕິບັດມະຕິເລກທີ 08 ຂອງກົມການເມືອງກ່ຽວ​ກັບການພັດທະນາກິລາ​ກາຍ​ຍະ​ກຳ ແລະ ຂໍ້ສະຫຼຸບເລກທີ 70 ກ່ຽວກັບການພັດ​ທະ​ນາ ​ກິລາກາຍ​ຍະ​ກຳໃນໄລຍະໃໝ່.

ທີ່​ການ​ເຮັດ​ວຽກ, ​ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້ເນັ້ນ​ໜັກ​ເຖິງຄວາມ​ຮຽກ​ຮ້ອງ​ທີ່ຈຳເປັນທີ່ຕ້ອງ​ຖ​ືສຸຂະພາບ, ຮ່າງ​ກາຍ​ຂອງ​ປະ​ຊາ​ຊົນ ເປັນສ່ວນໜຶ່ງທີ່ສຳຄັນຂອງປະ​ເທດຊາດ; ການພັດທະນາ​ກິ​ລາ​ກາຍ​ຍະ​ກຳໃຫ້​ຕິດ​ພັນ​ກັບຍຸດທະສາດການພັດທະນາມະນຸດ, ຄຸນນະພາບປະຊາກອນ ແລະ ແຫຼ່ງຊັບພະຍາກອນມະນຸດ. ​ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ໄດ້ຮຽກຮ້ອງ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງກິລາໃນໂຮງຮຽນ, ປ່ຽນ​ແປງ​ໃໝ່​ການ​ລົງ​ທຶນ​ດ້ານ​ກິ​ລາ​ລະ​ດັບສູງ​ຕາມ​ໄລ​ຍະ​ຍ​າວ… ທ່ານເລຂາທິການໃຫຍ່, ປະ​ທານ​ປະ​ເທດ ​ສະ​ເໜີ​ວ່າ ໃນ​ໄຕ​ມາດ​ທີ 4 ນີ້​ຕ້ອງກວດ​ກາ​ຄືນ​ໜ້າ​ທີ່​ທັງ​ໝົດ, ກຳ​ນົດ​ແຈ້ງ​ຄວາມ​ຮັບ​ຜິດ​ຊອບ, ຄວາມ​ຄືບ​ໜ້າ, ຜະ​ລິດ​ຕະ​ພັນ; 6 ເດືອນ​ເທື່ອ​ໜຶ່ງ​ຕ້ອງ​ຕີ​ລາ​ຄາ, ແກ້​ໄຂ​ຂໍ້​ຕິດ​ຄັດ​ຢ່າງ​ທັນ​ການ, ຮັບປະກັນບັນ​ດາ​ໜ້າ​ທີ່​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແທ້​ຈິງ, ສາ​ມາດວັດແທກໄດ້ ແລະ ​ຮັກ​ສາ​ໄດ້​ໃນ​ສະ​ພາບ​ການ​ຕົວ​ຈິງ.


top