ນີ້ແມ່ນໜຶ່ງໃນບັນດາໂຄງການພັດທະນາຕົວເມືອງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂະໜາດໃຫຍ່ ຂອງ ແດນມາກ, ເຊິ່ງໄດ້ເລີ່ມກໍ່ສ້າງໃນປີ 2022 ແລະ ຄາດວ່າຈະກໍ່ສ້າງສຳເລັດໃນປີ 2070.
ການພັດທະນາຕົວເມືອງເຂດແຄມຝັ່ງທະເລ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນຂົງເຂດທີ່ ຫວຽດນາມ ມີຄວາມສົນໃຈເປັນພິເສດ. (ພາບ: VNA)
ຕອນເຊົ້າວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກ ແດນມາກ ຢ່າງເປັນທາງການ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມກັບກະສັດ ແດນມາກ Frederik X ໄດ້ໄປຢ້ຽມຢາມເຂດໂຄງການກໍ່ສ້າງເກາະທຽມ Lynetteholmen ແລະ ເຂດຕົວເມືອງໃໝ່ຂະໜາດໃຫຍ່ຢູ່ Copenhagen. ນີ້ແມ່ນໜຶ່ງໃນບັນດາໂຄງການພັດທະນາຕົວເມືອງ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຂະໜາດໃຫຍ່ ຂອງ ແດນມາກ, ເຊິ່ງໄດ້ເລີ່ມກໍ່ສ້າງໃນປີ 2022 ແລະ ຄາດວ່າຈະກໍ່ສ້າງສຳເລັດໃນປີ 2070.
ພາຍຫຼັງໄດ້ຮັບຟັງການແນະນຳກ່ຽວກັບໂຄງການ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເນັ້ນໜັກວ່າ, ການພັດທະນາຕົວເມືອງເຂດແຄມຝັ່ງທະເລ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແມ່ນຂົງເຂດທີ່ ຫວຽດນາມ ມີຄວາມສົນໃຈເປັນພິເສດ. ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລ້ວ, ບົດຮຽນຈາກໂຄງການ Lynetteholmen ສະແດງໃຫ້ເຫັນວ່າ ສາມາດສົມທົບກັນເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ເປີດກວ້າງເຂດພັດທະນາ ແລະ ອະນຸລັກຮັກສາລະບົບນິເວດ, ນຳມາເຊິ່ງຜົນປະໂຫຍດທາງດ້ານເສດຖະກິດ - ສັງຄົມ. ນີ້ແມ່ນບັນດາບົດຮຽນຕົວຈິງທີ່ແທດຈິງເພື່ອໃຫ້ ຫວຽດນາມ ທາບທາມໃນການວາງແຜນຕົວເມືອງເຂດແຄມຝັ່ງທະເລ ແລະ ການປົກປ້ອງສູນເສດຖະກິດຕໍ່ໜ້າຄວາມສ່ຽງຈາກດິນຟ້າອາກາດ.
ຕອນທ່ຽງວັນທີ 21 ຕຸລາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກ Copenhagen, ສິ້ນສຸດການຢ້ຽມຢາມທາງລັດຖະກິດລາຊະອານາຈັກ ແດນມາກ ແຕ່ວັນທີ 19-21 ຕຸລາ ຢ່າງຈົບງາມ, ສືບຕໍ່ລາຍການຢ້ຽມຢາມ ສະຫະພາບ ເອີລົບ ແລະ ລາຊະອານາຈັກ ແບນຊິກ ຢ່າງເປັນທາງການ.