ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ແຮ່ທາດ, ນ້ຳມັນອາຍແກັສ, ການປຸງແຕ່ງ, ປ່າໄມ້...
ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ APEC 2026 ຢູ່ ເຊີນເຈີນ, ຈີນ, ຕອນເຊົ້າວັນທີ 19 ພະຈິກ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ພົບປະກັບທ່ານ James Marape, ນາຍົກລັດຖະມົນຕີ ປາປົວນິວກີເນ.
ທີ່ການພົບປະ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະເໜີໃຫ້ສອງຝ່າຍຊຸກຍູ້ການຮ່ວມມືໃນບັນດາຂົງເຂດ ແຮ່ທາດ, ນ້ຳມັນອາຍແກັສ, ການປຸງແຕ່ງ, ປ່າໄມ້... ກ່ຽວກັບການຮ່ວມມືຢູ່ພາກພື້ນ ແລະ ຫຼາຍຝ່າຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະເໜີໃຫ້ສອງຝ່າຍສືບຕໍ່ປຶກສາຫາລື, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ; ທ່ານຢືນຢັນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່ເພື່ອຊຸກຍູ້ການພົວພັນລະຫວ່າງ ອາຊຽນ ກັບ ເວທີປາໄສໝູ່ເກາະປາຊີຟິກ, ສະໜັບສະໜູນ ປາປົວນິວກີເນ ເພີ່ມທະວີການພົວພັນກັບອາຊຽນ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ Lawrence Wong. (ພາບ: VNA)
ກ່ອນໜ້ານັ້ນ,
ວັນທີ 18 ພະຈິກ, ຢູ່ນອກກອງປະຊຸມສຸດຍອດ APEC 2026 ຢູ່ນະຄອນ ເຊີນເຈິນ, ຈີນ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Lawrence Wong, ນາຍົກລັດຖະມົນຕີ ສິງກະໂປ ທ່ານ Lee Jae Myung, ປະທານາທິບໍດີ ສ.ເກົາຫຼີ ແລະ ທ່ານນາງ Kristalina Georgieva, ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ (IMF).
ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ Lawrence Wong, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຕີລາຄາສູງບົດບາດຂອງ ສິງກະໂປ ແມ່ນໜຶ່ງໃນບັນດານັກລົງທຶນແຖວໜ້າຢູ່ ຫວຽດນາມ; ທ່ານສະເໜີເພີ່ມທະວີການຮ່ວມມືດ້ານການຄ້າ, ການລົງທຶນ, ເຕັກໂນໂລຊີສູງ, ພະລັງງານທົດແທນ, ພື້ນຖານໂຄງລ່າງອັດສະລິຍະ, ການຫັນເປັນດີຈີຕອນ, ປັນຍາປະດິດ ແລະ ການພັດທະນາຕົວເມືອງແບບຍືນຍົງ.
ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ສະເໜີໃຫ້ຮັກສາຫຼັກໝັ້ນລວມຂອງ ອາຊຽນ, ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງເຂັ້ມງວດ, ຊຸກຍູ້ການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ໃຫ້ມີປະສິດທິຜົນ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນສະຫະປະຊາຊາດກົດໝາຍວ່າດ້ວຍທະເລ ປີ 1982.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ທີ່ການຕ້ອນຮັບທ່ານນາຍົກລັດຖະມົນຕີ Lawrence Wong. (ພາບ: VNA)
ທີ່ການພົບປະກັບທ່ານປະທານາທິບໍດີ ສ.ເກົາຫຼີ Lee Jae Myung, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ຢືນຢັນວ່າ ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ພ້ອມແລ້ວທີ່ຈະຮ່ວມມືຢ່າງແທ້ຈິງ, ມີປະສິດທິຜົນ ແລະ ຮອບດ້ານກັບ ສ.ເກົາຫຼີ ໃນທຸກຂົງເຂດ.
ທີ່ການຕ້ອນຮັບທ່ານນາງ Kristalina Georgieva, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ເນັ້ນໜັກເຖິງເປົ້າໝາຍນຳ ຫວຽດນາມ ໃຫ້ກາຍເປັນປະເທດພັດທະນາ, ມີລາຍຮັບສູງ ໃນປີ 2045, ບົນພື້ນຖານເປັນເຈົ້າຍຸດທະສາດຕິດພັນກັບການເຊື່ອມໂຍງເຂົ້າກັບສາກົນ, ຖືວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກໍາ ແລະ ການຫັນເປັນດີຈີຕອນເປັນກຳລັງໜູນ.