ການຄົ້ນຄວ້າ, ສະຫຼຸບພຶດຕິກຳຕົວຈິງ ແລະ ພັດທະນາທິດສະດີການປ້ອງກັນຊາດ, ການທະຫານ ແມ່ນຄວາມຮຽກຮ້ອງພາວະວິໄສ, ເພື່ອຕອບສະໜອງບັນດາການຜັນແປຂອງສະພາບການໂລກ, ພາກພື້ນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VNA)
ວັນທີ 25 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ເລຂາຄະນະພັກການທະຫານສູນກາງ, ໄດ້ເປັນປະທານການເຮັດວຽກກັບກະຊວງປ້ອງກັນປະເທດ ແລະ ບັນດາອົງການສູນກາງກ່ຽວກັບນະໂຍບາຍ ພັດທະນາທິດສະດີການປ້ອງກັນຊາດ ແລະ ສິລະປະການທະຫານຂອງ ຫວຽດນາມ.
ກ່າວຄຳເຫັນທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເນັ້ນໜັກວ່າ ການຄົ້ນຄວ້າ, ສະຫຼຸບພຶດຕິກຳຕົວຈິງ ແລະ ພັດທະນາທິດສະດີການປ້ອງກັນຊາດ, ການທະຫານ ແມ່ນຄວາມຮຽກຮ້ອງພາວະວິໄສ, ເພື່ອຕອບສະໜອງບັນດາການຜັນແປຂອງສະພາບການໂລກ, ພາກພື້ນ ແລະ ຄວາມຮຽກຮ້ອງໃໝ່ຂອງພາລະກິດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດ. ກຳລັງປະກອບອາວຸດຕ້ອງສືບຕໍ່ເປັນກຳລັງຫຼັກໃນພາລະກິດແຫ່ງການປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ຢ່າງໝັ້ນຄົງ.
ທີ່ການເຮັດວຽກ, ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລື, ປະກອບຄຳເຫັນເພື່ອເພີ່ມເຕີມ, ສ້າງທິດສະດີກ່ຽວກັບແນວທາງການປ້ອງກັນຊາດ, ສິລະປະການທະຫານ, ແລະ ສົງຄາມປະຊາຊົນເພື່ອປົກປັກຮັກສາປະເທດຊາດໃນສະພາບການໃໝ່ໃຫ້ສົມບູນແບບ.