ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກ່າວຄຳເຫັນນະໂຍບາຍ ທີ່ສະຫະສະມາຄົມນະໂຍບາຍພົວພັນຕ່າງປະເທດ ອາເມລິກາ

ວັນ​ທີ 22 ກັນ​ຍາ (ຕາມ​ເວລາ ຫວຽດ​ນາມ​), ຢູ່ ​ນິວ​ຢອກ​, ໃນ​ຂອບ​ເຂດ​ການ​ໄປ​ປະ​ຕິ​ບັດ​ງານ​ຢູ່ ອາ​ເມລິ​ກາ​, ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ມີ​ບົດ​ຄຳ​ເຫັນ​ນະ​ໂຍ​ບາຍ​ຢູ່​ສະ​ຫະ​ສະ​ມາ​ຄົມ​ນະ​ໂຍ​ບາຍພົວ​ພັນ​ຕ່າງ​ປະ​ເທດ ອາ​ເມລິ​ກາ (FPA), ເຊິ່ງ​ເປັນ​ເວ​ທີ​ປາ​ໄສ​ການພົວ​ພັນ​ຕ່າງ​ປະ​ເທດທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ແຖວ​ໜ້າ​ຂອງ ອາ​ເມລິ​ກາ ແລະ ມີ​ປະ​ຫວັດ​ສາດ​ນັບ​ແຕ່​ປິ 1918.
  ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ກ່າວຄຳເຫັນນະໂຍບາຍ ທີ່ສະຫະສະມາຄົມນະໂຍບາຍພົວພັນຕ່າງປະເທດ ອາເມລິກາ (ພາບ: VNA)  

ໃນ​ບົດ​ກ່າວ​ຄຳ​ເຫັນ​, ທ່ານເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ​, ໄດ້​ແບ່ງ​ປັນ​ແງ່​ມູມ​ຂອງ ຫວຽດ​ນາມ ກ່ຽວ​ກັບ 3 ບັນ​ຫາ​: ຄວາມ​ຮັບ​ຜິດ​ຊອບ​ຕໍ່​ບັນ​ຫາ​ການ​ປ່ຽນ​ແປງທີ່ພວມ​ເກີດ​ຂຶ້ນ​ໃນ​ໂລກ​; ສິ່ງໃດທີ່​ໄດ້​ພາ ຫວຽດ​ນາມ ແລະ ອາ​ເມລິ​ກາ ຈາ​ກອະດີດ ມາເຖິງ​ການ​ພົວ​ພັນ​ຄື​ໃນ​ທຸກ​ວັນ​ນີ້​; ຄວາມ​ຮັບ​ຜິດ​ຊອບ​ລວມ​ເພື່ອ​ນຳ​ການ​ພົວ​ພັນ​ສອງ​ຝ່າຍ​ກ້າວ​ໄປ​ໄກ​ກວ່າໃນ​ໄລ​ຍະ​ຈະ​ມາ​ເຖິງ​:

“​ເພື່ອ​ຫັນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນໃຫຍ່​ຫຼວງ​ໃຫ້ປະສົບຜົນເປັນຈິງ​, ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມລິ​ກາ ຕ້ອງ​ມີ​ຄວາມ​ດຸ່ນ​ດ່ຽງ​, ຍືນ​ຍົງ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​. ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ກຽມ​ພ້ອມ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ຄວາມ​ສົນໃຈຂອງ ອາ​ເມລິ​ກາ ທີ່ກ່ຽວ​ຂ້ອງ​ເຖິງ​ດຸນ​ການ​ຄ້າ​, ການເຂົ້າເຖິງຕະ​ຫຼາດ​, ຕົ້ນ​ກຳ​ເນີດ​ຂອງ​ສິນ​ຄ້າ​, ຊັບ​ສິນ​ທາງ​ປັນ​ຍາ ແລະ ຄວາມ​ປອດ​ໄພ​ໃນ​ລະ​ບົບ​ການ​ສະ​ໜອງ​. ພວກ​ເຮົາ​ກຽມ​ພ້ອມ​ກັບ ອາ​ເມລິ​ກາ ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີ່ຍັງ​ຄົງ​ຄ້າງ​ບົນ​ນຳ​້​ໃຈ​ສະ​ໜິດ​ສະ​ໜົມ​, ປອດ​ໄສ ແລະ ສ້າງ​ສັນ​”.

​ເນື່ອງ​ໃນ​ໂອ​ກາດ​ນີ້​, ທີ່​ສຳ​ນັກ​ງານ FPA, ຜູ້​ຕາງ​ໜ້າ​ສະ​ຫະ​ສະ​ມາ​ຄົມ ໄດ້​ປະດັບ “ຫຼຽນ​ກາ​ຂອງ FPA” ​ໃຫ້​ທ່ານເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມ, ເຊີດ​ຊູ​ນຳ​້​ໃຈ​ສາ​ກົນທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​.


top