ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ການນຳຂະແໜງລົດໄຟ ແລະ ບັນດາວິສາຫະກິດ ຈີນ ແບ່ງປັນບົດຮຽນ ແລະ ໜູນຊ່ວຍ, ເຂົ້າຮ່ວມພ້ອມກັບ ຫວຽດນາມ ໃນວິວັດການກໍ່ສ້າງ, ຖ່າຍທອດເຕັກໂນໂລຊີ
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໜານໜິງ )
ໂດຍສືບຕໍ່ການຢ້ຽມຢາມທາງລັດຖະກິດ ຈີນ, ພາຍຫຼັງສິ້ນສຸດບັນດການເຄື່ອນໄຫວຢູ່ນະຄອນຫຼວງ ປັກກິ່ງ, ຕອນເຊົ້າວັນທີ 16 ເມສາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກ ປັກກິ່ງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ໜານໜິງ ດ້ວຍລົດໄຟຄວາມໄວສູງ.
ໃນການເດີນທາງ, ການນຳວິສາຫະກິດຂະແໜງລົດໄຟຂອງ ຈີນ ໄດ້ລາຍງານໂດຍຫຍໍ້ກັບທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່ຽວກັບການພັດທະນາຂອງຂະແໜງທາງລົດໄຟຂອງ ຈີນ. ຕາມນັ້ນແລ້ວ, ໄລ່ຮອດຕົ້ນປີ 2026, ລະບົບທາງລົດໄຟທີ່ພວມເຄື່ອນໄຫວຂອງ ຈີນ ບັນລຸຄວາມຍາວໄລຍະທາງທັງໝົດ 165.000 ກມ.
ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືກັບ ຈີນ ໃນຂົງເຂດຄົມມະນາຄົມເສັ້ນທາງລົດໄຟຄວາມໄວສູງ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ການນຳຂະແໜງລົດໄຟ ແລະ ບັນດາວິສາຫະກິດ ຈີນ ແບ່ງປັນບົດຮຽນ ແລະ ໜູນຊ່ວຍ, ເຂົ້າຮ່ວມພ້ອມກັບ ຫວຽດນາມ ໃນວິວັດການກໍ່ສ້າງ, ຖ່າຍທອດເຕັກໂນໂລຊີໃຫ້ແກ່ບັນດາໂຄງການທາງລົດໄຟສຳຄັນຢູ່ ຫວຽດນາມ.