ບັນຫາສຳຄັນທີ່ສຸດໃນປະຈຸບັນແມ່ນ ຕ້ອງປ່ຽນແປງໃໝ່ວິທີການນຳພາຂອງພັກຢ່າງແຂງແຮງ
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວຄຳເຫັນທີ່ການເຮັດວຽກ)
ຕອນບ່າຍວັນທີ 03 ມິຖຸນາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ເປັນປະທານການເຮັດວຽກກັບຄະນະຈັດຕັ້ງສູນກາງ ກ່ຽວກັບຈຸດສຸມວຽກງານການຈັດຕັ້ງກໍ່ສ້າງພັກ ຕາມເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກກອມມູນິດ ຫວຽດນາມ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເນັ້ນໜັກວ່າ ບັນຫາສຳຄັນທີ່ສຸດໃນປະຈຸບັນແມ່ນ ຕ້ອງປ່ຽນແປງໃໝ່ວິທີການນຳພາຂອງພັກຢ່າງແຂງແຮງ, ຍ້ອນກຳລັງການຈັດຕັ້ງປະຕິບັດ ເຊິ່ງປະຈຸບັນພວມແມ່ນຈຸດອຸດຕັນທີ່ໃຫຍ່ຫຼວງຢູ່ຫຼາຍຂັ້ນ, ຫຼາຍຂະແໜງ ແລະ ທ້ອງຖິ່ນ, ຕ້ອງສຸມໃສ່ແກ້ໄຂ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີວ່າ:
“ວຽກງານພະນັກງານແມ່ນແກ່ນສານຂອງແກ່ນສານ. ຢາກໃຫ້ມະຕິເຂົ້າສູ່ຊີວິດນັ້ນ ຕ້ອງມີຜູ້ຈັດຕັ້ງທີ່ມີຄຸນນະທາດ, ມີກຳລັງຄວາມສາມາດ, ມີຄວາມຮັບຜິດຊອບ ແລະ ມີຄວາມເຊື່ອໝັ້ນຢ່າງພຽງພໍ. ໃນໄລຍະໃໝ່, ພະນັກງານຕ້ອງມີຈິນຕະນາການຍຸດທະສາດ, ກຳລັງຄຸ້ມຄອງທັນສະໄໝ, ກຳລັງຄວາມສາມາດໃນການຫັນເປັນດີຈີຕອນ, ກຳລັງຄວາມສາມາດໃນການຈັດຕັ້ງປະຕິບັດ, ດ້ວຍຈິດໃຈກ້າຄິດກ້າທຳ, ກ້າຮັບຜິດຊອບເພື່ອຜົນປະໂຫຍດລວມ”.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍ່ໃສ່ໃຈເຖິງການຖືເປັນສຳຄັນການຄວບຄຸມກຳລັງສິດອຳນາດ, ຮັດແໜ້ນລະບຽບວິໄນ, ຕ້ານການສໍ້ຫຼາດບັງຫຼວງ, ຟູມເຟືອຍ, ສິ່ງຫຍ້ໍທໍ້ ແລະ ຄວາມຊັກຊ້າ.