ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ເດີນທາງໄປຢ້ຽມຢາມ ສະຫະພັນ ລັດເຊຍ ແລະ ສ.ຝລັ່ງ ຢ່າງເປັນທາງການ

ນີ້​ແມ່ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສະ​ຫະ​ພັນ ລັດ​ເຊຍ ຄັ້ງ​ທຳ​ອິດ​ຂອງ​ຜູ້​ນຳ​ໜ້າ​ພັກ​, ລັດ ຫວຽດ​ນາມ ນັບ​ແຕ່​ປີ 1991, ພ້ອມກັນ​ນັ້ນ​, ກໍ່ໄດ້​ດຳ​ເນີນ​ໄປ​ພາຍ​ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XVI.
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ ຕອບ​ສຳ​ພາດ​ສຳ​ນັກ​ຂ່າວ​ສານ TASS ຂອງ​ລັດ​ເຊຍ (ພາບ: VNA)

ຕອນເຊົ້າວັນທີ 07 ກັນຍາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດ​ນາມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ອອກຈາກນະ​ຄອນ​ຫຼວງ ຮ່າໂນ້ຍ ໄປຢ້ຽມຢາມທາງ​ລັດ​ຖະ​ກິດ ສະຫະພັນ ລັດເຊຍ, ຢ້ຽມຢາມ ສ.ຝ​ລັ່ງ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາວະກາດ ທີ່ ປາຣີ, ປະເທດ ຝລັ່ງ ແຕ່ວັນທີ 07 ຫາ 12 ກັນຍາ. ການຢ້ຽມຢາມດັ່ງກ່າວດຳເນີນໄປຕາມ ການເຊື້ອເຊີນຂອງ ທ່ານ Vladimir Putin, ປະທານາທິບໍດີສະຫະພັນ ລັດເຊຍ ແລະ ທ່ານ Emmanuel Macron, ປະທານາທິບໍດີ ສ.ຝ​ລັ່ງ.

ນີ້​ແມ່ນ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ສະ​ຫະ​ພັນ ລັດ​ເຊຍ ຄັ້ງ​ທຳ​ອິດ​ຂອງ​ຜູ້​ນຳ​ໜ້າ​ພັກ​, ລັດ ຫວຽດ​ນາມ ນັບ​ແຕ່​ປີ 1991, ພ້ອມກັນ​ນັ້ນ​, ກໍ່ໄດ້​ດຳ​ເນີນ​ໄປ​ພາຍ​ຫຼັງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ການ​ເລືອກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XVI.

ເມື່ອ​ຕອບ​ສຳ​ພາດ​ສຳ​ນັກ​ຂ່າວ​ສານ TASS ຂອງ​ລັດ​ເຊຍ ກ່ອນ​ການ​ຢ້ຽມ​ຢາມ​, ໃນ​ນັ້ນ​ມີ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລີມ ຢັ້ງ​ຢືນ​ວ່າ​: ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ສືບ​ຕໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​, ແມ່ນ​ການ​ເລືອກ​ເຟັ້ນ​ຍຸດ​ທະ​ສາດ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ແຖວ​ໜ້າ​, ແມ່ນ​ການ​ເລືອກ​ເຟັ້ນ​ຍຸດ​ທະ​ສາດ​ໃນ​ນະ​ໂຍ​ບາຍ​ການ​ພົວ​ພັນ​ຕ່າງ​ປະ ເທດ​ຂອງ ຫວຽດ​ນາມ​. ດັ່ງ​ນັ້ນ​, ການ​ພັດ​ທະ​ນາ ແລະ ຍົກ​ລະ​ດັບ​ການ​ພົວ​ພັນ​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ໃນ​ໄລ​ຍະ​ຈະ​ມາ​ເຖິງ​ກວ່າ​ອີກ ແມ່ນ​ຜົນ​ປະ​ໂຫຍດ​ຍາວ​ນານ​ຂອງ​ສອງ​ປະ​ເທດ​. ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລີມແລ້ວ, ໄປ​ຄຽງ​ຄູ່​ກັບ​ບັນ​ດາ​ຂົງ​ເຂດທີ່ເປັນ​ມູນ​ເຊື້ອ​, ຄື​: ການ​ສຶກ​ສາ​ບຳ​ລຸງ​ສ້າງ​, ພະ​ລັງ​ງານ​, ວັດ​ທະ​ນະ​ທຳ​, ສິ​ລະ​ປະ​... ແມ່ນ​ພື້ນ​ຖານ​ຕ້ອງ​ສືບ​ຕໍ່​ໄດ້​ປັບ​ປຸງ ແລະ ເຮັດ​ໃໝ່​, ບັນ​ດາ​ຂົງ​ເຂດ​ໃໝ່​, ຄື​: ການ​ເດີນ​ທະ​ເລ​, ເສັ້ນ​ທາງລົດ​ໄຟ​, ອາ​ວະ​ກາດ​, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​, ນະ​ວັດ​ຕະ​ກຳ​, ເຕັກ​ໂນ​ໂລ​ຊີ ດີ​ຈີ​ຕອນ​... ຕ້ອງ​ໄດ້​ຫັນ​ເປັນ​ລະ​ອຽດ​ດ້ວຍ​ບັນ​ດາ​ໂຄງ​ການແບບຍືນຍົງ​, ຍາວ​ນານ ແລະ ຍຸດ​ທະ​ສາດ​.

​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ​: ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ ຈະ​ສືບ​ຕໍ່​ພັດ​ທະ​ນາ​ຢ່າງ​ແຮງ​, ແທດ​ຈິງ​, ມີ​ປະ​ສິດ​ທິ​ຜົນ​, ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ພາ​ລະ​ກິດແຫ່ງ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ຂອງ​ແຕ່​ລະ​ປະ​ເທດ​, ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​, ເພື່ອ​ສັນ​ຕິ​ພາບ​, ສະ​ຖຽນ​ລະ​ພາບ​, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຂອງ​ພາກ​ພື້ນ ແລະ ຢູ່​ໃນ​ໂລກ​.


top