ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຝລັ່ງ, ຕອນເຊົ້າວັນທີ 11 ກັນຍາ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່ ຄະນະບໍລິການງານສູນການພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລີມໄດ້ໄປຢ້ຽມຢາມຄະນະກຳມະການພະລັງງານປະລະມານູ ແລະ ພະລັງງານທົດແທນ (CEA) ຂອງ ຝລັ່ງ ແລະ ສູນຄົ້ນຄວ້າເຕັກໂນໂລຊີຂຶ້ນກັບກຸ່ມບໍລິສັດ Thales ຢູ່ Paris-Saclay.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢ້ຽມຢາມສູນຄົ້ນຄວ້າເຕັກໂນໂລຊີ Thales. (VNA)
ທີ່ CEA, ການນຳຂອງຄະນະກຳມະການໄດ້ແນະນຳບັນດາເຕັກໂນໂລຊີທີ່ມີທ່າແຮງຂອງ ຝລັ່ງ ໃນຂົງເຂດພະລັງງານປະລະມານູ, ເຄິ່ງຊັກນຳໄຟຟ້າ, ເຕັກໂນໂລຊີ quantum ແລະ ປັນຍາປະດິດ. ທ່ານເລຂາທິການໃຫຍ່, ປະທານປະເທດໄດ້ສະເໜີໃຫ້ CEA ເພີ່ມທະວີການຮ່ວມມືກັບ ຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການຄົ້ນຄວ້ານຳໃຊ້, ຖ່າຍທອດເຕັກໂນໂລຊີຫຼັກ, ພ້ອມກັນນັ້ນຊຸກຍູ້ການຮ່ວມມືກ່ຽວກັບເຄິ່ງຊັກນຳໄຟຟ້າ, ການບິນອາວະກາດ, ແລະ ເຕັກໂນໂລຊີ quantum…
ເນື່ອງໂອກາດນີ້, ກຸ່ມບໍລິສັດ Thales ແລະ ກຸ່ມບໍລິສັດ GTEL (ຫວຽດນາມ) ໄດ້ລົງນາມໃນສັນຍາຮ່ວມມືໃນຂົງເຂດປັນຍາປະດິດ, ເຕັກໂນໂລຊີ quantum ແລະ ຄວາມປອດໄພທາງໄຊເບີຢູ່ ຫວຽດນາມ.