ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ ຢູ່ ຝູເທາະ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບບັນດາການຳພັກ, ລັດ ແລະ ການນຳທ້ອງຖິ່ນ ໄດ້ຖະຫວາຍທູບທຽນ, ດອກໄມ້, ເຄື່ອງບູຊາເພື່ອອາໄລຫາ, ຕອບບຸນແທນຄຸນຕໍ່ຄຸນງາມຄວາມດີຂອງບັນດາເຈົ້າຊີວິດ ຮຸ່ງ
  (ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເຂົ້າຮ່ວມ ແລະ ຖະຫວາຍທູບທຽນ ພ້ອມ​ກັບ​ບັນ​ດາ​ການ​ນຳ​, ອະ​ດີດ​ການ​ນຳ ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ)  

ຕອນ​ເຊົ້​າ​ວັ​ນ​ທີ 26 ເມ​ສາ (ກົງ​ກັບ​ວັນ​ທີ 10 ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ), ທີ່ ວັງ ກິງ​ທຽນ ຢູ່​ຈອ​ມ​ພູ ເງັ້ຍ​ລີ້ງ ຂຶ້ນ​ກັບ​ເຂດ​ປູ​ຊ​ະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ພ​ິ​ເສດວິ​ຫານ ຮຸ່ງ (ແຂວງ ຝູ​ເທາະ), ທາງ​ແຂ​ວງ ໄດ້​ຈັດ​ພິ​ທີ​ຖະ​ຫວາຍ​ທູບ​ທຽນອາ​ໄລ​ຫາ​ບັນ​ດາ​ເຈົ້າ​ຊີ​ວິດ ​ຮຸ່ງ ຂຶ້​ນ​ຢ່າງ​ສົມ​ກຽດ. ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາ​ງພັກ​ກອມມ​ູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ເຂົ້າ​ຮ່ວມ ແລະ ຖະ​ຫວາຍ​ທູບ​ທຽນ.

ຢູ່​ວັງ​ ກິງ​ທຽນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ພ້ອມ​ກັບ​ບັນ​ດາ​ກາ​ນຳ​ພັກ, ລັດ ແລະ ການ​ນຳ​ທ້ອງ​ຖິ່ນ ໄດ້​ຖະ​ຫວາຍ​ທູບ​ທຽນ, ດອກ​ໄມ້, ເຄື່ອງ​ບູ​ຊາ​ເພື່ອ​ອາ​ໄລ​ຫາ, ຕອບ​ບຸນ​ແທນ​ຄຸນຕໍ່​ຄຸນ​ງາມ​ຄວາມ​ດີ​ຂອງ​ບັນ​ດາ​ເຈົ້າ​ຊີ​ວິດ ຮຸ່ງ, ບັນ​ດາ​ບັນ​ພະ​ບຸ​ລຸດ​ຜູ້​​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ສ້າງຕັ້ງ ແລະ ປົກ​ປັ​ກ​ຮັກ​ສາ​ປະ​ເທດ​ຊາດ ເພື່​ອ​ໃຫ້ລຸ້ນ​ລູກ​ລຸ້ນ​ຫຼານ​ສືບ​ທອດ​ມູນ​ເຊື້ອສ້າງ​ຕັ້ງປະ​ເທດ ຫວຽດ​ນາມ ໃຫ້​ຮັ່ງ​ມີ, ສວຍ​ງາມ, ສີ​ວິ​ໄລ​ຄື​ໃນ​ປະ​ຈຸ​ບັນ.

  (ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ)  

ພາຍ​ຫຼັງພິ​ທີ​ຖະ​ຫວາຍ​ທູບ​ທຽນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ໂອ້​ລົມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ທີ່ນີ້. ທ່ານ​ເນັ້ນ​ໜັກ​ວ່າ: “ການ​ສ້າງ​ຕັ້ງປະ​ເທດ​ຊາດ​ແມ່ນ​ຄຸນ​ງາມ​ຄວາມ​ດີ​ຂອງ​ບັນ​ພະ​ບຸ​ລຸດ. ການ​ປົກ​ປັ​ກ​ຮັກ​ສາ​ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ແມ່ນ​ໜ້າ​ທີ່​ຂອງ​ລຸ້ນ​ປະ​ຈຸ​ບັນ ແລະ ອະ​ນາ​ຄົດ. ການ​ປົກ​ປັກ​ຮັກ​ສາ​ແມ່ນ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ທ້ອນ​ໂຮມ​ປະ​ເທ​ດ​ຊາດ​ເປັນ​ເອ​ກະ​ພາບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ; ແມ່ນການ​ປົກ​ປ້ອງ​ສັນ​ຕິ​ພາບ, ປົ​ກ​ປ້ອງ​ຊີ​ວິດ​ອັນສະ​ຫງົບ​ສຸກ​ຂອງ​ປະ​ຊາ​ຊົນ”.

ສຳ​ລັບ​ໄວ​ໜຸ່ມ, ນັກ​ຮຽນ, ນັກ​ສຶກ​ສາ, ທ່ານ​ເລ​ຂາ​ທິ​ກາ​ນ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ປາດ​ຖະ​ໜາ​ວ່າ: “ບັນພະບູລຸດໄດ້ມອບປະເທດໜຶ່ງໃຫ້ພວກເຮົາ. ລຸ້ນ​ໜຸ່ມ​ຕ້ອງ​ເຮັດ​ໃຫ້​ປະ​ເທດນັ້ນ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ, ມີວັດ​ທະ​ນາ​ທຳ​ມະ​ນຸດກວ່າ, ມີ​ທີ່​ຕັ້​ງ​ສູງກວ່າ. ພວກ​ຫຼານ​ຈົ່ງ​ຮ່ຳ​ຮຽນ​ໃຫ້​ເປັນ​ຢ່າງ​ດີ, ຝຶກ​ຝົນ​ຫຼໍ່​ຫຼອມ​ໃຫ້​ເປັນ​ຢ່າງ​ດີ, ຍາມ​ໃດ​ກໍ່​ຈື່​ຈຳ​ຫຼັກ​ສິນ​ທຳ​ຂອງ​ຊາວ ຫວຽດ​ນາມ, ມີ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ຂອງ​ຊາດ”.

ຕໍ່​ຈາກນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ຄະ​ນະ​ຜູ້​ແທນ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ, ດອກ​ໄມ້​ຢູ່ຮູບ​ປັ້ນ “ລຸ່ງ ໂຮ່ ໂອ້​ລົມ​ກັບ​ພະ​ນັກ​ງານ, ນັກ​ຮົບ​ກອງ​ພົນ​ໃຫຍ່​ນຳ​ໜ້າ” ຢູ່​ເຂດ 5 ແຍກວິ​ຫານ ຢຽງ; ຖະ​ຫວາຍ​ທູບ​ທຽນ, ດອກ​ໄມ້​ຢູ່​ວິ​ຫານ ຫຼາກ​ລອງກວັນ. 


top