ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ອາໄລຫາບັນດາການນຳບັນພະບຸລຸດ ແລະ ຕອບບຸນແທນຄຸນບັນດາຄຸນງາມຄວາມດີທີ່ໃຫຍ່ຫຼວງ, ອຸທິດຕະຫຼອດຊີວິດໃຫ້ແກ່ພັກ, ໃຫ້ແກ່ຊາດ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນ, ດອກໄມ້ເຖິງ ທ່ານປະທານສະພາແຫ່ງລັດ ວໍຈິກົງ
ເນື່ອງໃນໂອກາດສະເຫຼີມສະຫຼອງ 51 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2026), ຢູ່ນະຄອນ ໂຮ່ຈິມິນ, ຕອນບ່າຍວັນທີ 26 ເມສາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ພ້ອມກັບຄະນະປະຕິບັດງານສູນກາງ ໄດ້ຖະຫວາຍທູບທຽນ, ດອກໄມ້ເຖິງ: ທ່ານເລຂາທິການໃຫຍ່ ເລຢວນ, ທ່ານເລຂາທິການໃຫຍ່ ຫງວຽນວັນລິງ, ທ່ານປະທານສະພາແຫ່ງລັດ ວໍຈິກົງ, ທ່ານປະທານປະເທດ ເລດຶກແອັງ, ທ່ານປະທານສະພາລັດຖະມົນຕີ ຟ້າມຮຸ່ງ, ທ່ານນາຍົກລັດຖະມົນຕີ ວໍວັນກຽດ, ຢູ່ເຮືອນສ່ວນຕົວ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ອາໄລຫາບັນດາການນຳບັນພະບຸລຸດ ແລະ ຕອບບຸນແທນຄຸນບັນດາຄຸນງາມຄວາມດີທີ່ໃຫຍ່ຫຼວງ, ອຸທິດຕະຫຼອດຊີວິດໃຫ້ແກ່ພັກ, ໃຫ້ແກ່ຊາດ, ມີອຸດົມຄະຕິອັງສູງສົ່ງໃຫ້ປະເທດ ຫວຽດນາມ ເອກະລາດ, ທ້ອນໂຮມປະເທດຊາດ ແລະ ກ້າວຂຶ້ນສູ່ສັງຄົມ, ປະຊາຊົນ ຫວຽດນາມ ດຳລົງຊີວິດຢ່າງເສລີ, ອີ່ມໜຳສຳລານສົມບູນພູນສຸກ.
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນ, ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານ ເຕິນບຽນ)
ຕອນເຊົ້າວັນທີ 27 ເມສາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບຄະນະປະຕິບັດງານຂອງສູນກາງໄດ້ໄປຖະຫວາຍທູບທຽນ, ອາໄລຫາບັນດານັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານ ເຕິນບຽນ (ສຸສານນັກຮົບເສຍສະຫຼະຊີວິດໂນນພູ 82).