ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊົມເຊີນເລື່ອງ Qualcomm ໄດ້ກຳນົດວ່າ ຫວຽດນາມ ມີທີ່ຕັ້ງສູງກວ່າໃນຍຸດທະສາດພັດທະນາຂອງກຸ່ມບໍລິສັດຢູ່ ອາຊ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕ້ອນຮັບທ່ານ Cristiano Amon, ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Qualcomm (ອາເມລິກາ) (ພາບ: VNA)
ວັນທີ 27 ສິງຫາ, ຢູ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Cristiano Amon, ປະທານທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານກຸ່ມບໍລິສັດ Qualcomm (ອາເມລິກາ), ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຊົມເຊີຍເລື່ອງ Qualcomm ໄດ້ກຳນົດວ່າ ຫວຽດນາມ ມີທີ່ຕັ້ງສູງກວ່າໃນຍຸດທະສາດພັດທະນາຂອງກຸ່ມບໍລິສັດຢູ່ ອາຊີ; ທ່ານສະເໜີໃຫ້ Qualcomm ສືບຕໍ່ເປີດກວ້າງການລົງທຶນຢ່າງຍາວນານຢູ່ ຫວຽດນາມ ໃນບັນດາຂົງເຂດເຊິ່ງກຸ່ມບໍລິສັດມີທ່າແຮງ; ເພີ່ມທະວີການຖ່າຍທອດເຕັກໂນໂລຊີ, ເປີດກວ້າງການຮ່ວມມືກັບວິສາຫະກິດ, ມະຫາວິທະຍາໄລ ແລະ ສະຖາປັນຄົ້ນຄວ້າຢູ່ພາຍໃນປະເທດ; ໜູນຊ່ວຍວິສາຫະກິດ ຫວຽດນາມ ຍົກສູງກຳລັງຄວາມສາມາດດ້ານເຕັກໂນໂລຊີ, ເຂົ້າຮ່ວມລະບົບມູນຄ່າ ແລະ ລະບົບສະໜອງເຕັກໂນໂລຊີທົ່ວໂລກຢ່າງເລິກເຊິ່ງກວ່າ.
ສ່ວນທ່ານ Cristiano Amon, ຢືນຢັນວ່າ Qualcomm ຖື ຫວຽດນາມ ແມ່ນຕະຫຼາດ ແລະ ໃຈກາງເຕັກໂນໂລຊີທີ່ນັບມື້ນັບສຳຄັນຢູ່ ອາຊີ ແລະ ປາດຖະໜາຢາກເສີມຂະຫຍາຍກຳລັງຄວາມສາມາດເຕັກໂນໂລຊີແກ່ນສານ, ເຄືອຂ່າຍຄົ້ນຄວ້າ ແລະ ລະບົບຊີວະພາບຄູ່ຮ່ວມມືສາກົນ ເພື່ອເປີດກວ້າງການຮ່ວມມືຢູ່ ຫວຽດນາມ ໃນບັນດາຂົງເຂດ AI, ເຄິ່ງຊັກນຳໄຟຟ້າ, 5G/6G…; ພ້ອມກັນນັ້ນ, ປະກອບສ່ວນເຂົ້າໃນວິວັດການສ້າງລະບົບຊີວະພາບເຄິ່ງຊັກນຳໄຟຟ້າ, ປັນຍາປະດິດ ແລະ ນະວັດຕະກຳຂອງ ຫວຽດນາມ ໃນໄລຍະຈະມາເຖິງ.