ຂ່າວສານ

ທ່ານເລຂາທິການໃຫຍ່ ປະທານປະເທດ ຫວຽດນາມ ຫງວຽນຟູ້ຈ່ອງຢ້ຽມຢາມລາວ ແລະ ກຳປູເຈຍຢ່າງເປັນທາງການ

      ທ່ານເລຂາທິການໃຫຍ່  ປະທານປະເທດ ຫວຽດນາມ ຫງວຽນຟູ້ຈ່ອງຢ້ຽມຢາມລາວຢ່າງເປັນທາງການໃນລະຫວ່າງວັນທີ 24 – 25 ກຸມພາ ປີ 2019  ແລະ ກຳປູເຈຍ ໃນລະຫວ່າງວັນທີ 25 – 26 ກຸມພາ ປີ 2019.

ທ່ານເລຂາທິການໃຫຍ່  ປະທານປະເທດ ຫວຽດນາມ ຫງວຽນຟູ້ຈ່ອງ
      ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມຸນິດ ຫວຽດນາມ, ປະທານປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ ຫງວຽນຟູ້ຈ່ອງ ຈະເດີນທາງໄປຢ້ຽມຢາມສັນທະວະໄມຕີ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 24 – 25 ກຸມພາ ປີ 2019 ແລະ ໄປຢ້ຽມຢາມທາງລັດຖະກິດຢູ່ປະເທດກຳປູເຈຍໃນລະຫວ່າງວັນທີ 25 – 26 ກຸມພາ ປີ 2019.
            ການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມຸນິດ ຫວຽດນາມ, ປະທານປະເທດສາທາລະນະລັດສັງຄົມນິຍົມ ຫວຽດນາມ ຫງວຽນຟູ້ຈ່ອງ ປະຕິບັດຕາມຄຳເຊີນຂອງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດ ລາວ, ປະທານປະເທດສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ  ບຸນຍັງວໍລະຈິດ ແລະ ຕາມຄຳເຊີນຂອງເຈົ້າຊີວິດ ກຳປູເຈຍ Norodom Sihamoni.
 (ແຫຼ່ງຄັດຈາກ VOV)


top