ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ສົ່ງໂທລະເລກຢື້ຢາມຖາມຂ່າວທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ກ່ຽວກັບສະພາບການໂລກລະບາດໂຄວິດ - 19

      ດ້ວຍຄວາມສາມັກຄີແບບພິເສດ, ຄວາມສະໜິດຕິດພັນຢ່າງໜຽວແໜ້ນ, ການອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ແບ່ງສຸກແບ່ງທຸກນຳກັນ ລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງປະເທດ, ຫວຽດນາມ ຍາມໃດກໍກຽມພ້ອມທີ່ຈະຮ່ວມມື, ໜູນຊ່ວຍ, ແບ່ງປັນປະສົບການ, ຮຽງບ່າຮຽງໄຫຼ່ ພ້ອມກັບ ລາວ ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ເພື່ອໃຫ້ສອງປະເທດພວກເຮົາ ພ້ອມກັນນຳປະເທດກັບຄືນສູ່ສະພາບເປັນປົກກະຕິໂດຍໄວ, ສືບຕໍ່ພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. 
        ໂດຍໄດ້ຮັບຂ່າວສະພາບການໂລກລະບາດໂຄວິດ - 19 ພວມແຜ່ລະບາດ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຟຸກ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ. ເນື້ອໃນຂອງໂທລະເລກດັ່ງກ່າວມີຕອນຂຽນວ່າ: ສະພາບການໂລກລະບາດໂຄວິດ - 19 ຍັງສືບຕໍ່ມີການຜັນແປຢ່າງສັບສົນທີ່ສຸດ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ອັນໄດ້ສົ່ງຜົນກະທົບເຖິງທຸກດ້ານຂອງຊີວິດເສດຖະກິດ - ສັງຄົມຂອງບັນດາປະເທດ, ໃນນັ້ນ ມີ ຫວຽດນາມ ແລະ ລາວ. ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍເອົາໃຈໃສ່, ຕິດຕາມຢ່າງໃກ້ຊິດ ແລະ ແບ່ງເບົາຕໍ່ຄວາມຫຍຸ້ງຍາກ ເຊິ່ງປະເທດ ລາວ ພວມປະເຊີນໜ້າ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ.
        ຫວຽດນາມ ຕີລາຄາສູງບັນດາມາດຕະການ ເຊິ່ງພັກ, ລັດຖະບານ ລາວ ໄດ້ ແລະ ກຳລັງຜັນຂະຫຍາຍໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ແລະ ເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳນຳພາຂອງພັກປະຊາຊົນປະຕິວັດ ລາວ ໂດຍທ່ານ ທອງລຸນ ສີສຸລິດ ນຳໜ້າ, ການບໍລິຫານທີ່ເດັດດ່ຽວຂ້ຽວຂາດຂອງລັດຖະບານ, ຄວາມສາມັກຄີ ແລະ ຄວາມເປັນເອກະພາບໃນທົ່ວລະບົບການເມືອງ ແລະ ຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ການສະໜັບສະໜູນຈາກໝູ່ປະຊາຊົນ, ແນ່ນອວ່າ ລາວ ຈະສະກັດກັ້ນ ແລະ ຈຳກັດລະດັບການແຜ່ລະບາດ ແລະ ຄວບຄຸມໂລກລະບາດໂຄວິດ - 19 ໄດ້ໃນໄລຍະເວລາໄວທີ່ສຸດ.
        ດ້ວຍມູນເຊື້ອຄວາມສາມັກຄີແບບພິເສດ, ຄວາມສະໜິດຕິດພັນຢ່າງໜຽວແໜ້ນ, ການອຸ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ແບ່ງສຸກແບ່ງທຸກນຳກັນ ລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງປະເທດ, ຫວຽດນາມ ຍາມໃດກໍກຽມພ້ອມທີ່ຈະຮ່ວມມື, ໜູນຊ່ວຍ, ແບ່ງປັນປະສົບການ, ຮຽງບ່າຮຽງໄຫຼ່ ພ້ອມກັບ ລາວ ໃນການ ຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ເພື່ອໃຫ້ສອງປະເທດພວກເຮົາ ພ້ອມກັນນຳປະເທດກັບຄືນສູ່ສະພາບເປັນປົກກະຕິໂດຍໄວ, ສືບຕໍ່ພັດທະນາເສດຖະກິດ - ສັງຄົມ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. 
(ແຫຼ່ງຄັດຈາກ VOV)


top