ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ພົບປະເຈລະຈາກັບທ່ານປະທານາທິບໍດີ ສ ອາເມລິກາ

ຕອນເຊົ້າວັນທີ 27 ກຸມພາ 2019, ທີ່ສຳນັກງານປະທານປະເທດ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ໄດ້ດຳເນີນການພົບປະເຈລະຈາກັບທ່ານປະທານາທິບໍດີ ສ ອາເມລິກາ Donald Trump ເນື່ອງໃນໂອກາດມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ສ ອາເມລິກາ-ສປປ ເກົາຫຼີ ຄັ້ງທີ 2.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ດຳເນີນການພົບປະເຈລະຈາ ກັບທ່ານປະທານາທິບໍດີ ສ ອາເມລິກາ Donald Trump. ພາບ: ຈີ໋ຢຸງ/VNA

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ດຳເນີນການພົບປະເຈລະຈາ ກັບທ່ານປະທານາທິບໍດີ ສ ອາເມລິກາ Donald Trump. ພາບ: ຈີ໋ຢຸງ/VNA

ພິທີເຊັນຂ້ໍຕົກລົງວ່າດ້ວຍການຮ່ວມມືຍຸດທະສາດ ໃນຂົງເຂດເຕັກໂນໂລຊີສື່ສານ ການເດີນອາກາດ ລະຫວ່າງ ຫວຽດນາມ-ສ ອາເມລິກາ. ພາບ: ຈີ໋ຢຸງ/VNA

ພິທີເຊັນສັນຍາຊື້ເຮືອບິນ Boeing 737 MAX ລະຫວ່າງບໍລິສັດການບິນ VietjetAir ແລະ ບໍລິສັດຜະລິດເຮືອບິນ Boeing. ພາບ: ເຟືອງຮວາ/VNA

ພິທີເຊັນສັນຍາຊື້ເຮືອບິນ Boeing 787 ອີກ 10 ລຳ ລະຫວ່າງບໍລິສັດການບິນ Bamboo Airways ແລະ ບໍລິສັດຜະລິດເຮືອບິນ Boeing. ພາບ: ເຟືອງຮວາ/VNA

ນັກຂ່າວພາຍໃນ ແລະ ຕ່າງປະເທດ ໄດ້ມີໜ້າເຂົ້າຮ່ວມດ້ວຍຈຳນວນຫຼາຍ ເພື່ອລົງຂ່າວກ່ຽວກັບ ເຫດການສຳຄັນດ່ັງກ່າວ. 

ພາຍຫຼັງການພົບປະເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ແລະ ທ່ານປະທານາທິບໍດີ ສ ອາເມລິກາ Donald Trump ໄດ້ເປັນສັກຂີພິຍານ ພິທີເຊັນສັນຍາ ວ່າດ້ວຍການຮ່ວມມືລະຫວ່າງສອງປະເທດ ຫຼາຍສະບັບ.

ປະຕິບັດໂດຍ: VNA/VNP

 


top