ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງໂຮງຮຽນ ມັດທະຍົມຕອນປາຍ ຫງວຽນຢາທ່ຽວ

      ໂຮງຮຽນມັດທະຍົມຕອນປາຍ ຫງວຽນຢາທ່ຽວ ສູ້ຊົນຮອດປີ 2030 ໃຫ້ກາຍເປັນໂຮງຮຽນທີ່ມີຄຸນນະພາບສູງຕາມມາດຕະຖານລະດັບຊາດ; ຮອດປີ 2040 ໃຫ້ກາຍເປັນໂຮງຮຽນທີ່ມີຄຸນນະພາບສູງຕາມມາດຕະຖານລະດັບພາກພື້ນ ແລະ ສາກົນ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ມີຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມໂຮງຮຽນເກົ່າ (ພາບ: TTXVN) 
      ຕອນເຊົ້າວັນທີ 14 ພະຈິກ, ຢູ່ຮ່າໂນ້ຍ, ໂຮງຮຽນມັດທະຍົມຕອນປາຍ ຫງວຽນຢາທ່ຽວ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີ ແຫ່ງວັນສ້າງຕັ້ງ (1950 - 2020) ແລະ ຮັບຫຼຽນໄຊ ເອກະລາດ ຊັ້ນ 3. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເຂົ້າຮ່ວມພິທີດັ່ງກ່າວ ແລະ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ມາຢ້ຽມຢາມໂຮງຮຽນເກົ່າ - ເຊິ່ງເປັນໜຶ່ງໃນບັນດາໂຮງຮຽນທີ່ມີມູນເຊື້ອປະຫວັດສາດ ແລະ ດີເດັ່ນຂອງຂະແໜງການສຶກສານະຄອນຫຼວງ. ທ່ານກ່າວວ່າ:
        “ສຳລັບຂ້າພະເຈົ້າແລ້ວ, ນີ້ແມ່ນໂຮງຮຽນທີ່ໄດ້ສ້າງຂີດໝາຍຫຼາຍຢ່າງ ແລະ ມີຄວາມຊົງຈຳຫຼາຍຢ່າງທີ່ບໍ່ອາດຫຼົງລືມໄດ້, ໂດຍເປັນນັກຮຽນຄົນໜຶ່ງທີ່ໄດ້ຮຽນຢູ່ໂຮງຮຽນແຫ່ງນີ້ເປັນເວລາ 6 ປີຢ່າງລຽນຕິດແຕ່ປີ 1957 – 1963, ໄດ້ຮັບການສຶກສາຮ່ຳຮຽນ - ສິດສອນດ້ວຍຄວາມສຸດຈິດສຸດໃຈຈາກອ້າຍຄູເອື້ອຍຄູຢູ່ທີ່ນີ້, ຈາກສ່ວນເລິກຂອງຫົວໃຈ, ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈຕໍ່ການສິດສອນ, ຝຶກຝົນຫຼໍ່ຫຼອມຂອງໂຮງຮຽນ, ຂອງອ້າຍເອື້ອຍຄູ ແລະ ການຊ່ວຍເຫຼືອຂອງພະນັກງານພາລະກອນ ແລະ ການອູ້ມຊູຊ່ວຍເຫຼືອ, ການສົມທົບກັນຂອງໝູ່ເພື່ອນໃນຊຸດຮຽນດຽວກັນ ທີ່ມີຕໍ່ພວກຂ້າພະເຈົ້າ”.
        ໂຮງຮຽນມັດທະຍົມຕອນປາຍ ຫງວຽນຢາທ່ຽວ ສູ້ຊົນຮອດປີ 2030 ໃຫ້ກາຍເປັນໂຮງຮຽນທີ່ມີຄຸນນະພາບສູງຕາມມາດຕະຖານລະດັບຊາດ; ຮອດປີ 2040 ໃຫ້ກາຍເປັນໂຮງຮຽນທີ່ມີຄຸນນະພາບສູງຕາມມາດຕະຖານລະດັບພາກພື້ນ ແລະ ສາກົນ.
(ແຫຼ່ງຄັດຈາກ VOV)


top