ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຢ້ຽມຢາມ ແລະ ອວຍພອນປີີໃໝ່ ບາງຫົວໜ່ວຍປະຈໍາການໃນຄໍ່າຄືນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່

      ຕອນຄໍ່າວັນທີ 4 ກຸມພາ (ກົງກັບວັນທີ 30 ບຸນເຕັດ), ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ (ບຸນເຕັດ) ບາງຫົວໜ່ວຍທີ່ປະຈໍາການໃນຄໍ່າຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່່.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງຢ້ຽມຢາມ ແລະ ອວຍພອນປີໃໝ່ບັນດາພະນັກງານ ນັກຮົບກອງຕໍາຫຼວດຈະລາຈອນ, ຕໍາຫຼວດເຄື່ອນທີ່ເມືອງ ບາດິ່ງ, ຮ່າໂນ້ຍ 
      ຕອນຄໍ່າວັນທີ 4 ກຸມພາ (ກົງກັບວັນທີ 30 ບຸນເຕັດ), ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ (ບຸນເຕັດ) ບາງຫົວໜ່ວຍທີ່ປະຈໍາການໃນຄໍ່າຄືນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່່. ເມື່ອຢ້ຽມຢາມ ແລະ ອວຍພອນປີໃໝ່ບັນດາພະນັກງານ ນັກຮົບກອງຕໍາຫຼວດຈະລາຈອນ, ຕໍາຫຼວດເຄື່ອນທີ່ເມືອງ ບາດິ່ງ, ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຕີລາຄາສູງບັນດາຄວາມມານະພະຍາຍາມຂອງພະນັກງານໃນກົມກອງ, ປະຕິບັດສໍາເລັດໜ້າທີ່ທີີ່ໄດ້ຮັບການມອບໝາຍເປັນຢ່າງດີ, ຮັບປະກັນຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນບໍລິເວນ, ປະກອບສ່ວນຮັບປະກັນຄວາມສະຫງົບປອດໄພຂອງນະຄອນ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ປາດຖະໜາວ່າ ພະນັກງານ, ນັກຮົບກອງຕໍາຫຼວດຈະລາຈອນ, ຕໍາຫຼວດເຄື່ອນທີ່ເມືອງບາດິ່ງ ສືບຕໍ່ເສີມຂະຫຍາຍມູນເຊື້ອ ແລະ ຜົນງານທີ່ບັນລຸໄດ້, ຮັກສາຄວາມສະຫງົບປອດໄພໃນບໍລິເວນ, ກ່ອນອື່ນໝົດ ແມ່ນ ຮັບປະກັນຄວາມປອດໄພໃນຊຸມວັນບຸນເຕັດ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄປຢ້ຽມຢາມກໍາມະກອນອະນາໄມ  
      ຫຼັງຈາກນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ກໍໄດ້ໄປຢ້ຽມຢາມ ແລະ ກວດກາວຽກງານຮັບໃຊ້ການຕ້ອນຮັບບຸນປີໃໝ່ປະຈໍາຊາດ ແລະ ອວຍພອນປີໃໝ່ບັນດາພະນັກງານ, ກໍາມະກອນ ທີ່ເຮັດວຽກຢູ່ສູນຄວບຄຸມລະບົບໄຟຟ້າແຫ່ງຊາດ, ສັງກັດກຸ່ມບໍລິສັດພະລັງງານໄຟຟ້າຫວຽດນາມ ແລະ ໄດ້ຖະຫວາຍທູບທຽນຢູ່ວັດ ເຈິ່ນກວັກ ແລະ ວິຫານ ກວ໊ານແທັ໊ງ ອີກດ້ວຍ.
 (ແຫຼ່ງຄັດຈາກ VOV)

top