ຂ່າວສານ ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພົບປະກັບພະບາດສົມເດັດພະບໍລົມມະນຽດ Norodom Sihamoni 20/12/2018 ປະຊາຊົນກຳປູເຈຍ ຕີລາຄາສູງ ແລະ ບໍ່ມີຍາມຈະຫຼົງລື່ມການສະໜັບສະໜູນ ແລະ ການໜູນຊ່ວຍອັນໃຫຍ່ຫຼວງ ແລະ ລ້ຳຄ່າ ເຊິ່ງພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ປະຊາຊົນ ກຳປູເຈຍ ມາໂດຍຕະຫຼອດ. ທີ່ການຕ້ອານຮັບ ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ດຳເນີນໃນຕອນບ່າຍວັນທີ 19 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍເຄົາລົບ ແລະ ປັບປຸງການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມກັບ ກຳປູເຈຍ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຖືເປັນກຽດເຊື້ອເຊີນພະບາດສົມເດັດພະບໍລົມມະນຽດ ພ້ອມດ້ວຍ ມະຣາຊີນີ ມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໃນເວລາທີ່ສະດວກ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພົບປະກັບທ່ານພະບາດສົມເດັດພະບໍລົມມະນຽດ Norodom Sihamoni ນີ້ເປັນຄັ້ງທີສອງທີ່ ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ມາຢ້ຽມຢາມ ແລະ ພັກຜ່ອນບຳລຸງສຸຂະພາບ ຢູ່ຫວຽດນາມ. ພະບາດສົມເດັດສະແດງຄວາມປິຕິຊົມຊື່ນ ເມື່ອເຫັນວ່າການພົວພັນລະຫວ່າງສອງປະເທດ ຫວຽດນາມ - ກຳປູເຈຍໃນຕະຫຼອດໄລຍະ ກວ່າ 50 ປີຜ່ານມາ ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ (ປີ 1967) ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ສອງປະເທດ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ແລກປ່ຽນການຮ່ວມມືໃນບັນດາເວທີປາໄສໃນພາກພື້ນ ແລະ ສາກົນ. ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ເນັ້ນໜັກວ່າ ປະຊາຊົນກຳປູເຈຍ ຕີລາຄາສູງ ແລະ ບໍ່ມີຍາມຈະຫຼົງລື່ມການສະໜັບສະໜູນ ແລະ ການໜູນຊ່ວຍອັນໃຫຍ່ຫຼວງ ແລະ ລ້ຳຄ່າ ເຊິ່ງພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ປະຊາຊົນ ກຳປູເຈຍ ມາໂດຍຕະຫຼອດ. ພະບາດສົມເດັດ ຈະສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ການພົວພັນມິດຕະພາບທີ່ບໍລິສຸດຜຸດຜ່ອງ, ພາລະກິດແຫ່ງການຮ່ວມມືອັນດີງາມໝັ້ນຄົງຂະຫນົງແກ່ນລະຫວ່າງສອງຊາດ ກຳປູເຈຍ - ຫວຽດນາມ. (ແຫຼ່ງຄັດຈາກ VOV)

ປະຊາຊົນກຳປູເຈຍ ຕີລາຄາສູງ ແລະ ບໍ່ມີຍາມຈະຫຼົງລື່ມການສະໜັບສະໜູນ ແລະ ການໜູນຊ່ວຍອັນໃຫຍ່ຫຼວງ ແລະ ລ້ຳຄ່າ ເຊິ່ງພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ປະຊາຊົນ ກຳປູເຈຍ ມາໂດຍຕະຫຼອດ. ທີ່ການຕ້ອານຮັບ ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ດຳເນີນໃນຕອນບ່າຍວັນທີ 19 ທັນວາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍເຄົາລົບ ແລະ ປັບປຸງການເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມກັບ ກຳປູເຈຍ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ຖືເປັນກຽດເຊື້ອເຊີນພະບາດສົມເດັດພະບໍລົມມະນຽດ ພ້ອມດ້ວຍ ມະຣາຊີນີ ມາຢ້ຽມຢາມທາງລັດຖະກິດຢູ່ຫວຽດນາມ ໃນເວລາທີ່ສະດວກ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ພົບປະກັບທ່ານພະບາດສົມເດັດພະບໍລົມມະນຽດ Norodom Sihamoni ນີ້ເປັນຄັ້ງທີສອງທີ່ ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ມາຢ້ຽມຢາມ ແລະ ພັກຜ່ອນບຳລຸງສຸຂະພາບ ຢູ່ຫວຽດນາມ. ພະບາດສົມເດັດສະແດງຄວາມປິຕິຊົມຊື່ນ ເມື່ອເຫັນວ່າການພົວພັນລະຫວ່າງສອງປະເທດ ຫວຽດນາມ - ກຳປູເຈຍໃນຕະຫຼອດໄລຍະ ກວ່າ 50 ປີຜ່ານມາ ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ (ປີ 1967) ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ສອງປະເທດ ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ແລກປ່ຽນການຮ່ວມມືໃນບັນດາເວທີປາໄສໃນພາກພື້ນ ແລະ ສາກົນ. ພະບາດສົມເດັດພະບໍລົມມະນຽດ Norodom Sihamoni ເນັ້ນໜັກວ່າ ປະຊາຊົນກຳປູເຈຍ ຕີລາຄາສູງ ແລະ ບໍ່ມີຍາມຈະຫຼົງລື່ມການສະໜັບສະໜູນ ແລະ ການໜູນຊ່ວຍອັນໃຫຍ່ຫຼວງ ແລະ ລ້ຳຄ່າ ເຊິ່ງພັກ, ລັດ ແລະ ປະຊາຊົນຫວຽດນາມ ໄດ້ສະຫງວນໃຫ້ປະຊາຊົນ ກຳປູເຈຍ ມາໂດຍຕະຫຼອດ. ພະບາດສົມເດັດ ຈະສືບຕໍ່ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ການພົວພັນມິດຕະພາບທີ່ບໍລິສຸດຜຸດຜ່ອງ, ພາລະກິດແຫ່ງການຮ່ວມມືອັນດີງາມໝັ້ນຄົງຂະຫນົງແກ່ນລະຫວ່າງສອງຊາດ ກຳປູເຈຍ - ຫວຽດນາມ. (ແຫຼ່ງຄັດຈາກ VOV)