ຂ່າວສານ

ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຕ້ອນຮັບຄະນະຜູ້ແທນອະດີດທະຫານອາສາສະໝັກ, ຜູ້ຊ່ຽວຊານ ຫວຽດນາມ ຢູ່ ລາວ

      ຮຸ່ນໜຸ່ມຂອງສອງຊາດຈະສືບທອດມູນເຊື້ອຂອງບັນດາລຸ້ນກ່ອນ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງຊາດ ລາວ-ຫວຽດນາມ.

ທ່ານເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຕ້ອນຮັບຄະນະຜູ້ແທນອະດີດທະຫານອາສາສະໝັກ, ຜູ້ຊ່ຽວຊານ ຫວຽດນາມ ຢູ່ ລາວ (ພາບ: TTXVN)
      ໃນການຕ້ອນຮັບຄະນະຜູ້ແທນອະດີດທະຫານອາສາສະໝັກ, ຜູ້ຊ່ຽວຊານ ຫວຽດນາມ ຢູ່ ລາວ ໄດ້ດຳເນີນໃນຕອນບ່າຍ ວັນທີ 25 ທັນວາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານ ເລຂາທິການໃຫຍ່ ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຢັ້ງຢືນວ່ານ້ຳໃຈມິດຕະພາບລະຫວ່າງ ລາວ-ຫວຽດນາມ ແມ່ນໝັ້ນຄົງຂະໜົງແກ່ນ ແລະ ເຊື່ອໝັ້ນວ່າ, ຮຸ່ນໜຸ່ມຂອງສອງຊາດຈະສືບທອດມູນເຊື້ອຂອງບັນດາລຸ້ນກ່ອນ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່ງສອງຊາດ ລາວ-ຫວຽດນາມ.
            ທ່ານນາງ ຫງວຽນເຟຶອງງາ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ  ໄດ້ຊົມເຊີຍບັນດາຜົນງານໃຫຍ່ຫຼວງເຊິ່ງປະຊາຊົນ ລາວ ບັນລຸໄດ້ການສ້າງສາ ແລະ ພັດທະນາປະເທດຊາດ ແລະ ອວຍພອນປະຊາຊົນ ລາວ ໃຫ້ບັນລຸໄດ້ຜົນງານອັນໃຫຍ່ຫຼວງກ່ວາເກົ່າຕື່ມອີກ, ເພຶ່ອສ້າງສາປະເທດ ລາວ ໃຫ້ນັບມື້ນັບພັດທະນາ.
            ທ່ານນາງ ຫງວຽນເຟຶອງງາ ຢັ້ງຢືນວ່າປະຊາຊົນ ຫວຽດນາມ ຈະສືບຕໍ່ພ້ອມກັບປະຊາຊົນ ລາວ ປັບປຸງ, ເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລາວ-ຫວຽດນາມ  ໃຫ້ນັບມື້ນັບສະໜິດຕິດພັນກັນ ແລະ ພັດທະນາ
 (ແຫຼ່ງຄັດຈາກ VOV)
 


top