ຂ່າວສານ

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢ້ຽມຢາມຫ້ອງວາງສະແດງຮູບພາບຂອງສຳນັກຂ່າວສານ ຫວຽດນາມ

ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢ້ຽມຢາມຫ້ອງວາງສະແດງຮູບພາບ ດ້ວຍຫົວຂໍ້: “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ” ໂດຍ​ສຳນັກຂ່າວສານ ຫວຽດນາມ ຮ່ວມກັນຈັດຂຶ້ນ.  
ທ່ານນາງ ຫວູວຽດຈາງ, ຮອງຜູ້ອຳນວຍການໃຫຍ່ ສຳນັກຂ່າວສານ ຫວຽດນາມ ແນະນຳການວາງສະແດງຮູບພາບຂອງ ສຳນັກຂ່າວສານ ຫວຽດນາມ ກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ. ພາບ: ຖົ໋ງເຍີດ/VNA

ເນື່ອງໃນໂອກາດຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ຕອນເຊົ້າວັນທີ 29 ມິຖຸນາ 2021, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ທອງລຸນ ສີສຸລິດ ແລະ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ພ້ອມກັບ​ຄະນະຜູ້ແທນຂັ້ນສູງ ສອງປະເທດ ໄດ້ມາຢ້ຽມຢາມ ແລະ ໂອ້ລົມກັນກັບພະນັກງານ, ຄູອາຈານ ແລະ ນັກສຶກສາ ຂອງສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ; ຢ້ຽມຢາມຫ້ອງວາງສະແດງຮູບພາບ ດ້ວຍຫົວຂໍ້: “ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ” ໂດຍ​ສຳນັກຂ່າວສານ ຫວຽດນາມ, ຄະນະພົວພັນການຕ່າງປະເທດສູນກາງ ແລະ  ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ຮ່ວມກັນຈັດຂຶ້ນ.  
ປະຕິບັດໂດຍ: VNA/VNP

top