ຂ່າວສານ

ທ່ານເຈີນກວກເວື້ອງຜູ້ປະຈຳການຄະນະເລຂາສູນກາງລົງເຮັດວຽກກັບການນຳແຂວງດັກລັກ

ໃນວັນທີ 20 ແລະ 21 ກໍລະກົດ, ທ່ານ ເຈີນກວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມ ໄດ້ລົງເຮັດວຽກກັບການນຳແຂວງ ດັກລັກ ກ່ຽວກັບໝາກຜົນການປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກແຂວງ ຄັ້ງທີ XVI ກາງສະໄຫມ 2015- 2020.


ທ່ານເຈີນກວກເວື້ອງຜູ້ປະຈຳການຄະນະເລຂາສູນກາງເຮັດວຽກກັບການນຳແຂວງດັກລັກ

ພາບ:vietnam+

ທີ່ການເຮັດວຽກ, ທ່ານ ເຈີນກວກເວື້ອງ ສະເຫນີ ແຂວງ ດັກລັກ ຄວນເອົາໃຈໃສ່ເປັນພິເສດເຖິງການພັດທະນາກະສິກຳ, ເປັນຕົ້ນແມ່ນກະສິກຳເຕັກໂນໂລຊີສູງເໝາະສົມກັບທ່າໄດ້ປຽບຂອງທ້ອງຖິ່ນ, ພັດທະນາອຸດສາຫະກຳປຸງແຕ່ງ, ເພີ່ມອັດຕາສ່ວນອຸດສາຫະກຳປຸງແຕ່ງແບບລົງເລິກ ເພື່ອເພີ່ມມູນຄ່າເພີ່ມຂອງຜະລິດຕະພັນ ປະກອບສ່ວນຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ. ແຂວງ ດັກລັກ ຄວນສຸມໃສ່ພັດທະນາປ່າ, ແກ້ໄຂການຜະລິດໃຫ້ແກ່ປະຊາຊົນຊົນເຜົ່າທີ່ທຸກຍາກ ຂາດທີ່ດິນທຳການຜະລິດ, ໃນນັ້ນບຸລິມະສິດໃຫ້ປະຊາຊົນເຜົ່າສ່ວນຫນ້ອຍຢູ່ກັບທີ່.  ໃນໄລຍະລົງເຮັດວຽກກັບແຂວງ ດັກລັກ, ທ່ານ ເຈີນກວກເວື້ອງ ກໍ່ໄດ້ໄປຖະຫວາຍທູບທຽນອາໄລຫານັກຮັບເສຍສະຫລະຊີວິດເພື່ອຊາດຢູ່ສຸສານນັກຮົບເສຍສະຫລະຊີວິດເພື່ອຊາດ ແຂວງ ດັກລັກ, ຢ້ຽມຢາມບາງຄອບຄົວໃນເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ.

(ແຫຼ່ງຄັດຈາກ VOV)

 



top