ຂ່າວສານ

ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ຢ້ຽມຢາມ, ມອບຂອງຂວັນບຸນເຕັດ ຢູ່ແຂວງ ແຄງຮ່ວາ

ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ  ສະເໜີຈັດຕັ້ງບັນດາການເຄື່ອນໄຫວຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ໜູນຊ່ວຍເບິ່ງແຍງດູແລໃຫ້ຄອບຄົວທຸກຍາກ ເພື່ອໃຫ້ທຸກຄອບຄົວໄດ້ຕ້ອນຮັບບຸນເຕັດ.
ພິທີມອບຂອງຂວັນໃຫ້ຄອບຄົວປະສົບກັບຄວາມຫຍຸ້ງຍາກ. (ພາບ: baokhanhhoa.vn)

ຕອນເຊົ້າວັນທີ 15 ມັງກອນ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນຄັກດິ້ງ ພ້ອມກັບຜູ້ຕາງໜ້າບັນດາສຳນັກງານ, ອົງການຈັດຕັ້ງມະຫາຊົນແຂວງ ແຄງຮ່ວາ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ ແລະ ມອບຂອງຂວັນຂອງການນຳພັກ, ລັດ ໃຫ້ແກ່ຄອບຄົວນະໂຍບາຍ, ຜູ້ທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19, ກຳມະກອນ, ຜູ້ອອກແຮງງານ ຢູ່ເມືອງ ກາມເລິມ, ເມືອງ ຢຽນແຄງ ແລະ ນະຄອນ ຍາຈາງ, ແຂວງ ແຄງຮ່ວາ. ໂອ້ລົມກັບປະຊາຊົນຢູ່ເຂດມາທີ່ລົງໄປຢ້ຽມຢາມ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ  ສະເໜີໃຫ້ຄະນະພັກ, ອຳນາດການປົກຄອງ, ບັນດາຂະແໜງການແຂວງ ແຄງຮ່ວາ ສືບຕໍ່ເປັນເຈົ້າການສ້າງແຜນການ, ມາດຕະການປ້ອງກັນ ຕ້ານໂລກລະບາດໂຄວິດ-19; ເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບ, ສາມັກຄີ, ຈັດຕັ້ງບັນດາການເຄື່ອນໄຫວຢື້ຢາມຖາມຂ່າວ, ລະດົມກຳລັງໃຈ, ໜູນຊ່ວຍເບິ່ງແຍງດູແລໃຫ້ຄອບຄົວທຸກຍາກ ເພື່ອໃຫ້ທຸກຄອບຄົວໄດ້ຕ້ອນຮັບບຸນເຕັດ, ພິເສດແມ່ນບັນດາຄອບຄົວນະໂຍບາຍ, ຄອບຄົວທຸກຍາກທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19…

        ຕອນບ່າຍວັນດຽວກັນ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິ້ງ ສືບຕໍ່ໄປຢ້ຽມຢາມ ແລະ ມອບຂອງຂວັນ, ມອບທຶນສຶກສາ, ອວຍພອນບຸນເຕັດຢູ່ບໍລິເວນແຂວງ ແຄງຮ່ວາ.

(ແຫຼ່ງຄັດຈາກ VOV)


top