ຂ່າວສານ

ທ່ານຮອງນາຍົດລັດຖະມົນຕີ ຫວູດຶກດາມ ຢ້ຽມຢາມ, ອວຍພອນບຸນເຕັດແພດໝໍ, ທ່ານໝໍ ແລະ ກວດກາວຽກງານສັກວັກຊິນກັນໂຄວິດ - 19

      ຕອນເຊົ້າວັນທີ 31 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດແພດໝໍ ໂຮງໝໍປອດສູນກາງ (ຮ່າໂນ້ຍ).
ທ່ານ ຫວູດຶກດາມ ຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ສຸກສາລາເຄື່ອນທີ່ບ້ານ ວິງຟຸກ, ເມືອງ ບາດິ່ງ, ນະຄອນຮ່າໂນ້ຍ (ພາບ: VGP)
      ໂດຍຮັບຮູ້ການອຸທິດສ່ວນຂອງຖັນແຖນແພດໝໍ, ທ່ານໝໍ, ພາລະກອນ ແລະ ພະນັກງານການແພດຂອງ ໂຮງໝໍປອດສູນກາງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເນັ້ນໜັກວ່າ ປັດຈຸບັນ, ໂລກລະບາດໂຄວິດ - 19 ມີການຜັນແປ່ຢ່າງສັບສົນ, ຊ້ອນແຝງຄວາມສ່ຽງຫຼາຍຢ່າງຂອງເຊື້ອໄວຣັດສາຍພັນໃໝ່ Omicron ແລະ ອາດຈະປະກົດຂຶ້ນເຊື້ອໄວຣັດກາຍພັນໃໝ່ຂອງ ເຊື້ອໄວຣັດ SARS – CoV -2. ເພາະສະນັ້ນ, ຖັນແຖວແພດໝໍ, ທ່ານໝໍ, ພາລະກອນການແພດ ແລະ ພະນັກງານໂຮງໝໍປອດສູນກາງ ຄວນສືບຕໍ່ເສີມຂະຫຍາຍບົດບາດຄວາມຮັບຜິດຊອບ, ມານະພະຍາຍາມ ເພື່ອເບິ່ງແຍງດູແລສຸຂະພາບ ໃຫ້ແກ່ຜູ້ຕິດເຊື້ອ, ພິເສດແມ່ນໃນໂອກາດບຸນເຕັດປະຈຳຊາດ. ທ່ານເນັ້ນໜັກວ່າ:
      ພວກເຮົາມານະພະຍາຍາມເພື່ອຕ້ອນຮັບບຸນເບັດຢ່າງປອດໄພ. ສຳລັບໂຮງໝໍປອດສູນກາງ, ພວກເຮົາຄວບຄຸມໄດ້ໂລກລະບາດໂຄວິດ - 19 ແລ້ວ ແຕ່ສິ່ງສຳຄັນແຖວໜ້າໃນປັດຈຸບັນ ແລະ ຫຼັງໂຄວິດ - 19 ແມ່ນ ພວກເຮົາຍັງຕ້ອງປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ - 19 ເປັນຢ່າງດີ, ບັນດາພະຍາດປົກກະຕິກໍ່ດີກ່ວານີ້ອີກ. ໃນເງື່ອນໄຂປັດຈຸບັນ, ຖັນແຖວແພດໝໍຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນ, ລະດົມກຳລັງໃຈເຊິ່ງກັນແລະກັນ, ມານະພະຍາຍາມເພື່ອປິ່ນປົວໃຫ້ຜູ້ຕິດພະຍາດອື່ນໆໃຫ້ດີທີ່ສຸດ.
      ແລະກໍ່ໃນຕອນເຊົ້າວັນທີ 31 ມັງກອນ, ທ່ານ ຫວູດຶກດາມ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ສຸກສາລາເຄື່ອນທີ່ບ້ານ ວິງຟຸກ, ເມືອງ ບາດິ່ງ, ນະຄອນຮ່າໂນ້ຍ ແລະ ກວດກາວຽກງານສັກວັກຊິນກັນໂຄວິດ - 19 ຢູ່ ບ້ານດັ່ງກ່າວ.
(ແຫຼ່ງຄັດຈາກ VOV)


top