ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຟ້າມບິ່ງມິນ: “ການທູດອອນລາຍ” ແລະ “ການທູດໂຄວິດ” ໄດ້ຮັບການຍູ້ແຮງ ແລະ ເສີມຂະຫຍາຍຢ່າງມີປະສິດທິຜົນ

      ຕອນບ່າຍວັນທີ 08 ກໍລະກົດ, ຢູ່ສໍານັກງານລັດຖະບານ ໄດ້ດໍາເນີນກອງປະຊຸມ ຂອງຄະນະຊີ້ນໍາລະຫວ່າງຂະແໜງເຊື່ອມໂຍງເຂົ້າກັບສາກົນ ກ່ຽວກັບດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. 

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ  ທີ່ກອງປະຊຸມ(ພາບ: VGP)
      ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ, ຫົວໜ້າຄະນະຊີ້ນໍາ ໄດ້ເນັ້ນໜັກວ່າ ໃນສະພາບການໂລກລະບາດໂຄວິດ - 19 ໄດ້ສົ່ງຜົນສະທ້ອນໄປທົ່ວໂລກ, ຫວຽດນາມ ໄດ້ຍູ້ແຮງ ແລະ ເສີມຂະຫຍາຍບົດບາດ “ການທູດອອນລາຍ” ແລະ “ການທູດໂຄວິດ” ຢ່າງມີປະສິດທິຜົນ, ຜ່ານນັ້ນສືບຕໍ່ຮັກສາ ແລະ ຊຸກຍູ້ທ່າພັດທະນາການພົວພັນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈກັບບັນດາປະເທດ, ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ສ້າງຄວາມສະດວກໃຫ້ແກ່ການພັດທະນາ. ວຽກງານຖະແຫຼງຂ່າວການຕ່າງປະເທດ ໄດ້ໃຫ້ຂ່າວກ່ຽວກັບພາບພົດຂອງປະເທດຫວຽດນາມທີ່ປະສົບຜົນສໍາເລັດໃນວຽກງານປ້ອງກັນ ແລະ ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ແລະ ມີແງ່ຫວັງໃນການຟື້ນຟູ ແລະ ພັດທະນາເສດຖະກິດ. ວຽກງານປົກປ້ອງພົນລະເມືອງ ກໍໄດ້ຮັບການເພີ່ມທະວີໃນການສະພາບການໃໝ່.
ໃນ 6 ເດືອນທ້າຍປີ, ທ່ານຮອງນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ວຽກງານເຊື່ອມໂຍງເຂົ້າກັບສາກົນ ກ່ຽວກັບດ້ານການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຄວນສືບຕໍ່ໄດ້ຮັບການຜັນຂະຫຍາຍຢ່າງເປັນເຈົ້າການ, ຕັ້ງໜ້າ, ມີຫົວຄິດປະດິດສ້າງ; ສືບຕໍ່ປະຕິບັດບົດບາດເປັນປະທານ ອາຊຽນ, ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ຢ່າງສໍາເລັດຜົນ; ໂຄສະນາບັນດາຜົນງານຂອງຫວຽດນາມ ໃນວຽກງານປ້ອງກັນ ແລະ ຕ້ານໂລກລະບາດ ແລະ ຟື້ນຟູເສດຖະກິດ; ເດັດດ່ຽວຢຶດໝັ້ນ, ຕໍ່ສູ້ກັບບັນດາການກະທໍາທີ່ລະເມີດອະທິປະໄຕ, ການກະທໍາຫວັງມ້າງທໍາລາຍຫວຽດນາມກ່ຽວກັບປະຊາທິປະໄຕ, ສິດທິມະນຸດ, ສາສະໜາ; ເພີ່ມທະວີວຽກງານທີ່ກ່ຽວຂ້ອງເຖິງພົນລະເມືອງຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ປົກປ້ອງພົນລະເມືອງ. 
 (ແຫຼ່ງຄັດຈາກ VOV)
 
 


top