ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ພົບປະກັບຜູ້ມີີສິດເລືອກຕັ້ງ ຢູ່ ແຂວງຮ່າຕິ໊ງ

ຕອນບ່າຍວັນທີ 20 ເມສາ, ຢູ່ແຂວງຮ່າຕິ໊ງ ຂອງຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫ້ວ ແລະ ບັນດາສະມາຊິກສະພາແຫ່ງຊາດ ແຂວງ ຮ່າຕິ໊ງ ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ໂດຍປຶກສາຫາລືກ່ຽວກັບວິສາຫະກິດໃນບໍລິເວນແຂວງ ເພື່ອແນໃສ່ຮັບເອົາບັນດາຂໍ້ສະເໜີ ສົ່ງເຖິງກອງປະຊຸມຄັ້ງທີ 7, ຊຸດທີ 14 ເຊິ່່ງຈະດໍາເນີນໃນເດືອນ ພຶດສະພາ 2019 ຈະມາເຖິງ.

ທ່ານຮອງນາຍົກລັດຖະມົນ ເວືອງດິ່ງເຫ້ວ ທີ່ການພົບປະ 
ທີ່ການພົບປະ, ບັນດາຜູ້ມີີສິດເລືອກຕັ້ງ ໄດ້ລາຍງານກ່ຽວກັບສະພາບການກູ້ຢຶມເງິນລົງທຶນ ແລະ ການເຄື່ອນໄຫວຂອງບັນດາວິສຫະກິດ ກໍຄືສະເໜີຕໍ່ລັດຖະບານ ຄວບຄຸມບັນດານະໂຍບາຍສິນເຊື່ອເພື່ອໜູນຊ່ວຍບັນດາວິສາຫະກິດ. ຮັບເອົາບັນດາຄໍາເຫັນປະກອບ ແລະຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ສະແດງຄວາມປິຕິຊົມຊື່ນກ່ຽວກັບການພັດທະນາຂອງປະຊາຄົມວິສາຫະກິດ ຮ່າຕິງ ໃນຊຸມປີຜ່ານມາ, ທ່ານ ກໍໃຫ້ຮູ້ວ່າ ລັດຖະບານ ຈະສືບຕໍ່ບູລະນະນະໂຍບາຍ, ກົດໝາຍໃຫ້ສົມບູນແບບ ເພື່ອສ້າງສະພາບແວດລ້ອມສະດວກໃຫ້ບັນດາວິສາຫະກິດພັດທະນາ, ແມ່ນກໍາລັງໜູນຂອງເສດຖະກິດຂອງປະເທດຊາດ. ໃນເດືອນ ພຶຶດສະພາ 2019, ລັດຖະບານຈະປະກາດໃຊ້ ປື້ມປົກຂາວ ວິສາຫະກິດ ແລະ ຈະ ປະກາດໃຊ້ປະຈໍາປີ ເພື່ອປັບປຸງຄຸນນະພາບຂອງວິສາຫະກິດໃນແຕ່ລະປີ,ແຕ່ລະທ້ອງຖິ່ນ.
(ແຫຼ່ງຄັດຈາກ VOV)
 


top