ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ເຮັດວຽກຢູ່ນະຄອນ ຫາຍຟ່ອງ

 ຕອນເຊົ້າວັນທີ 04 ກໍລະກົດ, ຄະນະປະຕິບັດງານຄະນະຊີ້ນຳການປະຕິຮູບການບໍລິຫານ ແລະ ຄະນະຊີ້ນຳ 389 ຂອງລັດຖະບານ ຫວຽດນາມ ໂດຍທ່ານ ເຈືອງຮ່ວາບີ່ງ ຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ, ຫົວໜ້າຄະນະຊີ້ນຳເປັນຫົວໜ້າຄະນະໄດ້ລົງກວດກາວຽກງານປະຕິຮູບການບໍລິຫານ, ຕ້ານການຄ້າເຖື່ອນ, ການສໍ້ໂກງການຄ້າຢູ່ນະຄອນ ຫາຍຟ່ອງ ແລະ ກອງບັນຊາການທະຫານປ້ອງກັນຊາຍແດນ ຫາຍຟ່ອງ.

 (ທີ່ການເຮັດວຽກ ພາບ:haiphong.gov.vn)

ທີ່ການເຮັດວຽກ, ທ່ານ ເຈືອງຮ່ວາບີ່ງ ໄດ້ຕີລາຄາສູງຕໍ່ໝາກຜົນການປະຕິຮູບການບໍລິຫານຢູ່ກອງບັນຊາປ້ອງກັນຊາຍແດນດ່ານຊາຍແດນທ່າກ່ຳປັ່ນ ຫາຍຟ່ອງ ແລະ ຮຽກຮ້ອງໃຫ້ກົມກອງຍູ້ໄວການຜັນຂະຫຍາຍວຽກງານຫັນເປັນອັດຕະໂນມັດໃນການກວດກາ, ຕິດຕາມກວດກາການປ້ອງກັນຊາຍແດນ ສຳລັບການເຄື່ອນໄຫວຂອງບຸກຄົນ, ພາຫະນະຢູ່ດ່ານຊາຍແດນ.
(ແຫຼ່ງຄັດຈາກ VOV)

top