ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ເຂົ້າຮ່ວມການຍ່າງຂົນຂວາຍທົ່ວປວງຊົນໃສ່ໝວກກັນກະທົບໃຫ້ເດັກນ້ອຍ

      ການຍ່າງຂົນຂວາຍທົ່ວປວງຊົນ “ໃສ່ໝວກກັນກະທົບໃຫ້ເດັກນ້ອຍ” ແມ່ນສະແດງໃຫ້ເຫັນຄວາມເຫັນດີເປັນເອກະພາບກ່ຽວກັບເຈດຈຳນົງ ແລະ ຄຳຮຽກຮ້ອງທຸກຄົນພ້ອມກັນສະແດງການປະຕິບັດການກະທຳລະອຽດ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ເດັກນ້ອຍ.

ການຍ່າງຂົນຂວາຍທົ່ວປວງຊົນໃສ່ໝວກກັນກະທົບໃຫ້ເດັກນ້ອຍ
      ຕອນເຊົ້າວັນທີ 27 ກັນຍາ, ທີ່ນະຄອນ ໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ, ປະທານຄະນະກຳມະການຄວາມປອດໄພຄົມມະນາຄົມແຫ່ງຊາດ ແລະ ທ່ານ ຫງວຽນວັນເຖ ລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫວຽດນາມ; ທ່ານ ຫງວຽນແທ່ງຟອງ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ພ້ອມດ້ວຍການນຳບັນດາກະຊວງ, ຂະແໜງການສູນກາງ, ນະຄອນ ໂຮ່ຈີມິນ ເຂົ້າຮ່ວມການຍ່າງຂົນຂວາຍທົ່ວປວງຊົນ “ໃສ່ໝວກກັນກະທົບໃຫ້ເດັກນ້ອຍ”.
            ກ່າວຄຳເຫັນທີ່ການຂົນຂວາຍ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຢືນຢັນວ່າ ການຍ່າງຂົນຂວາຍທົ່ວປວງຊົນ “ໃສ່ໝວກກັນກະທົບໃຫ້ເດັກນ້ອຍ” ແມ່ນສະແດງໃຫ້ເຫັນຄວາມເຫັນດີເປັນເອກະພາບກ່ຽວກັບເຈດຈຳນົງ ແລະ ຄຳຮຽກຮ້ອງທຸກຄົນພ້ອມກັນສະແດງການປະຕິບັດການກະທຳລະອຽດ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ເດັກນ້ອຍ.
            ການກະທຳດັ່ງກ່າວ ເປັນການພິສູດໃຫ້ເຫັນນ້ຳໃຈຄວາມຮັກແພງ ແລະ ຄຳໝັ້ນສັນຍາຂອງທົ່ວສັງຄົມໃນການປົກປ້ອງຄວາມປອດໄພ ແລະ ສຸຂະພາບຂອງລຸ້ນຄົນອະນາຄົດປະເທດຊາດ, ຮ່ວມແຮງຮ່ວມໃຈສະກັດກັ້ນ ແລະ ຍູ້ອຸບັດຕິເຫດໃຫ້ຖອຍໄປ.
(ແຫຼ່ງຄັດຈາກ VOV)


top