ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ເວທີປາໄສ Davos 53

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ຈະໄປເຂົ້າຮ່ວມກອງປະຊຸມປະຈຳປີ WEF ຄັ້ງທີ 53 ຢູ່ Davos, ສະວິດ ແຕ່ວັນທີ 16-17 ມັງກອນ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ

ທີ່ກອງປະຊຸມຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 12 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານນາງຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຟ້າມທູຮັງ ໃຫ້ຮູ້ວ່າ, ໂດຍໄດ້ຮັບຄຳເຊີນຂອງທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງ ທັງເປັນປະທານບໍລິຫານເວທີປາໄສເສດຖະກິດໂລກ (WEF), ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ຈະໄປເຂົ້າຮ່ວມກອງປະຊຸມປະຈຳປີ WEF ຄັ້ງທີ 53 ຢູ່ Davos, ສະວິດ ແຕ່ວັນທີ 16-17 ມັງກອນ. ກອງປະຊຸມຄັ້ງນີ້ມີຫົວຂໍ້ “ຮ່ວມມືໃນໂລກທີ່ແຕກແຍກ”, ດຳເນີນໄປໃນສະພາບທີ່ການຮ່ວມມືລະຫວ່າງ ຫວຽດນາມ ແລະ WEF ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ, ການນຳ 2 ຝ່າຍຍູ້ແຮງການເຄື່ອນໄຫວພົບປະ ແລະ ແລກປ່ຽນ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຈະມີບົດກ່າວປາໄສໃນວາລະປຶກສາຫາລື ແລະ ໂອ້ລົມສົນທະນາຢູ່ WEF; ພົບປະ 2 ຝ່າຍກັບທ່ານ Klaus Schwab, ຜູ້ກໍ່ຕັ້ງ ທັງເປັນປະທານບໍລິຫານ WEF ພ້ອມກັບການນຳບັນດາປະເທດ, ອົງການຈັດຕັ້ງສາກົນ ແລະ ກຸ່ມບໍລິສັດທົ່ວໂລກທີ່ມາເຂົ້າຮ່ວມກອງປະຊຸມ.


top