ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບການນຳກຸ່ມບໍລິສັດ Marubeni, ປະເທດ ຍີ່ປຸ່ນ

ລັດຖະບານ ຫວຽດນາມ ຈະສ້າງເງື່ອນໄຂໜູນຊ່ວຍຕາມຂໍ້ກຳນົດກົດໝາຍຢ່າງສູງສຸດ, ຫວັງວ່າກຸ່ມບໍລິສັດ Marubeni ຈະສືບຕໍ່ລົງທຶນຍາວນານ, ນຳໃຊ້ເຕັກໂນໂລຊີໃໝ່, ສ້າງບັນດາສູນຄົ້ນຄ້ວາ...
  ທ່ານ Yoshiaki Yokota, ຜູ້ອຳນວຍການ ກຸ່ມບໍລິສັດ Marubeni ແລະ ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ  

ຕອນເຊົ້າວັນທີ 10 ມີນາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Yoshiaki Yokota, ຜູ້ອຳນວຍການ ຝ່າຍຄຸ້ມຄອງ ທັງເປັນຜູ້ອຳນວຍການໃຫຍ່ຝ່າຍບໍລິຫານດ້ານພະລັງງານ ແລະ ພື້ນຖານໂຄງລ່າງ, ກຸ່ມບໍລິສັດ Marubeni, ປະເທດຍີ່ປຸ່ນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ຕີລາຄາສູງບັນດາໂຄງການຜະລິດ ກໍ່ຄືປະສິດທິຜົນແຫ່ງການດຳເນີນທຸລະກິດຂອງກຸ່ມບໍລິສັດ Marubeni ຢູ່ ຫວຽດນາມ, ພິເສດແມ່ນໃນຂົງເຂດພະລັງງານ. ກ່ຽວກັບແຜນການຂອງກຸ່ມບໍລິສັດ Marubeni ຫັນບັນດາໂຄງການນຳໃຊ້ເຕັກໂນໂລຊີໃໝ່, ທັນສະໄໝມາຍັງ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຢັ້ງຢືນວ່າ: ລັດຖະບານ ຫວຽດນາມ ຈະສ້າງເງື່ອນໄຂໜູນຊ່ວຍຕາມຂໍ້ກຳນົດກົດໝາຍຢ່າງສູງສຸດ, ຫວັງວ່າກຸ່ມບໍລິສັດ Marubeni ຈະສືບຕໍ່ລົງທຶນຍາວນານ, ນຳໃຊ້ເຕັກໂນໂລຊີໃໝ່, ສ້າງບັນດາສູນຄົ້ນຄ້ວາ, ພັດທະນາຢູ່ ຫວຽດນາມ.

ທ່ານ Yoshiaki Yokota ໃຫ້ຮູ້ວ່າ: ກຸ່ມບໍລິສັດ Marubeni ສະແດງຄວາມສົນໃຈໃສ່ບັນດາໂຄງການໄຟຟ້າແສງຕາເວັນ, ໄຟຟ້າແຮງລົມຢູ່ນອກຊາຍຝັ່ງທະເລຂອງ ຫວຽດນາມ, ຫວັງຢາກປະກອບສ່ວນເຂົ້າວິວັດການຫລຸດຜ່ອນອາຍພິດເຮືອນແກ້ວຢູ່ ຫວຽດນາມ.

 


top