ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ: ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພການບິນແມ່ນໜ້າທີ່ແຖວໜ້າ

ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໄດ້ຊີ້ແຈ້ງວ່າ: ຄະນະກຳມະການຄວາມໝັ້ນຄົງການບິນພົນລະເຮືອນແຫ່ງຊາດ ຕ້ອງຮັບປະກັນຄວາມໝັ້ນຄົງ.
  ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ທີ່ກອງປະຊຸມ  

ຕອນບ່າຍວັນທີ 22 ກຸມພາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ, ປະທານຄະນະກຳມະການຄວາມໝັ້ນຄົງການບິນພົນລະເຮືອນແຫ່ງຊາດ, ເປັນປະທານກອງປະຊຸມສະຫລຸບວຽກງານປີ 2022, ຜັນຂະຫຍາຍໜ້າທີ່ປີ 2023 ຂອງຄະນະກຳມະການ. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໄດ້ຊີ້ແຈ້ງວ່າ: ຄະນະກຳມະການຄວາມໝັ້ນຄົງການບິນພົນລະເຮືອນແຫ່ງຊາດ ຕ້ອງຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພດ້ານການບິນແມ່ນໜ້າທີ່ແຖວໜ້າ. ພ້ອມທັງພ້ອມກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ອັບເດດລະບົບເອກະສານນິຕິກຳຂອງ ຫວຽດນາມ ເພື່ອແນໃສ່ປະຕິບັດບັນດາມາດຕະຖານ ແລະ ຄຳເຕືອນຂອງອົງການການບິນພົນລະເຮືອນສາກົນ:

“ຄະນະກຳມະການຄວາມໝັ້ນຄົງການບິນພົນລະເຮືອນສາກົນຕ້ອງເອົາໃຈໃສ່ບັນຫາຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດໃຫ້ສຸດຄວາມສາມາດ. ທີສອງ, ແມ່ນການຝຶກແອບ, ພວກເຮົາຕ້ອງຝຶກແອບຢ່າງແທດຈິງ, ມີປະສິດທິຜົນ. ຂ້າພະເຈົ້າຫວັງວ່າ ຄະນະກຳມະການຄວາມໝັ້ນຄົງການບິນພົນລະເຮືອນແຫ່ງຊາດ ດ້ວຍຄວາມຮັບຜິດຊອບຂອງຕົນ, ດ້ວຍໜ້າທີ່ໄດ້ຮັບມອບໝາຍນັ້ນ, ຍາມໃດກໍ່ຍົກສູງວຽກງານກວດກາ, ຕິດຕາມກວດກາທີ່ຕົນເອງຕ້ອງໄດ້ເຮັດໃນຂົງເຂດຄວາມໝັ້ນຄົງການບິນພົນລະເຮືອນ”.

 


top