ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ພົບປະກັບປະທານສະພາຕຳ ແອດສະປາຍ

ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະໃນທຸກຂົງເຂດ, ຍູ້ແຮງການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍຄື: ສະຫະພັນລັດຖະສະພາໂລກ (IPU), ເວທີປາໄສລັດຖະສະພາ ອາຊີ - ເອີລົບ (ASEP); ຍູ້ແຮງການລົງທຶນ - ການຄ້າ...
  ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ພົບປະກັບປະທານສະພາຕຳ ແອດສະປາຍ (ພາບ:VGP/Hải Minh)  

ຕອນບ່າຍວັນທີ 1 ມີນາ, ຢູ່ນະຄອນຫຼວງ Madrid, ປະເທດ ແອດສະປາຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນລືວກວາງ ໄດ້ພົບປະກັບທ່ານນາງ ປະທານສະພາຕ່ຳ Meritxell Batet, ໂດຍເປັນການເປີດຊາກການຢ້ຽມຢາມ ແອດສະປາຍ ຢ່າງເປັນທາງການ. ທ່ານນາງປະທານ Meritxell Batet ຢັ້ງຢືນວ່າ: ແອດສະປາຍ ຍາມໃດກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຍູ້ແຮງການພົວພັນຮ່ວມມືຫຼາຍດ້ານກັບ ຫວຽດນາມ ກໍ່ຄືການພົວພັນຄູ່ຮ່ວມມື ແລະ ການຮ່ວມມືຍຸດທະສາດລະຫວ່າງ ເອີລົບ (EU) - ຫວຽດນາມ ພິເສດແມ່ນເມື່ອ ແອດສະປາຍ ແມ່ນປະທານໝູນວຽນ EU ໃນ 6 ເດືອນຕົ້ນປີນີ້.

ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການແລກປ່ຽນຄະນະໃນທຸກຂົງເຂດ, ຍູ້ແຮງການຮ່ວມມືຢູ່ບັນດາເວທີປາໄສຫຼາຍຝ່າຍຄື: ສະຫະພັນລັດຖະສະພາໂລກ (IPU), ເວທີປາໄສລັດຖະສະພາ ອາຊີ - ເອີລົບ (ASEP); ຍູ້ແຮງການລົງທຶນ - ການຄ້າ, ພ້ອມທັງເປີດກ້ວາງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ວັດທະນະທຳ, ກິລາ, ທ່ອງທ່ຽວ, ການສຶກສາ - ບຳລຸງສ້າງ, ຊຸກຍູ້ການຮ່ວມມືກ່ຽວກັບກະສິກຳ ແລະ ພ້ອມກັນຮັບມືກັບບັນດາບັນຫາທົ່ວໂລກຄື: ຄ້ຳປະກັນດ້ານສະບຽງອາຫານ, ການປ່ຽນແປງຂອງດິນຟ້າອາກາດ. ທ່ານປະທານສະພາຕ່ຳ ແອດສະປາຍ ຈະໜູນຊ່ວຍເພື່ອໃຫ້ສະພາ ເອີລົບ (EC) ຍົກເລີກບັດເຫຼືອງ IUU ດ້ວຍການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໂດຍໄວ.

ໂດຍແບ່ງປັນທັດສະນະກ່ຽວກັບບັນດາບັນຫາທີ່ພາກພື້ນ ແລະ ສາກົນຕ່າງຝ່າຍຕ່າງມີຄວາມສົນໃຈສ່, ສອງຝ່າຍຢັ້ງຢືນການສະໜັບສະໜູນການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ການເດີນເຮືອບົນທະເລ, ການບິນຢູ່ທະເລຕາເວັນອອກ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານເໝາະສົມກັບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982).

ກໍ່ໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໄດ້ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ປອກຕຸຍການ.


top