ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸ້ງ ຕ້ອນຮັບ ຜູ້ອຳນວຍການໃຫ່ຍ ຝ່າຍບໍລິຫານກຸ່ມບໍລິສັດ Mainstream Renewable ປະເທດອຽກລັງ

ຕອນບ່າຍວັນທີ 21 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸ້ງ ໄດ້ໃຫ້ການຕ້ອນຮັບທ່ານ Andy Kinsella, ຜູ້ອຳນວຍການໃຫ່ຍ ຝ່າຍບໍລິຫານກຸ່ມບໍລິສັດ Mainstream Renewable ປະເທດອຽກລັງ.

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດິ່ງຢຸ້ງ ຕ້ອນຮັບທ່ານ Andy Kinsella, ຜູ້ອຳນວຍການໃຫ່ຍ ຝ່າຍບໍລິຫານກຸ່ມບໍລິສັດ Mainstream Renewable ປະເທດອຽກລັງ (ພາບ: VGP)

 ທີ່ການຕ້ອນຮັບທ່ານ ຈິ້ງດິ່ງຢຸ້ງ  ໄດ້ຢັ້ງຢືນວ່າ ໃນໄລຍະທີ່ຜ່ານມາ, ລັດຖະບານ ຫວຽດນາມ ໄດ້ປະກາດໃຊ້ບັນດາກົນໄກສົ່ງເສີມລະອຽດຕໍ່ ພະລັງງານຜະລິດຄືນໃໝ່ແຕ່ລະຮູບແບບ. ການຂຸດຄົ້ນ ແລະ ນຳໃຊ້ພະລັງງານຜະລິດຄືນໃໝ່ຈະປະກອບສ່ວນເຂົ້າໃນການຫັນເປັນຫຼາຍຮູບຫຼາຍແບບ ແລະ ເປັນເຈົ້າການໃນການສະໜອງ ແລະຕອບສະໜອງໄດ້ຄວາມຕ້ອງການ, ປົກປັກຮັກສາສິ່ງແວດລ້ອມ ແລະ ປະຕິບັດຄຳໝັ້ນສັນຍາຂອງ ຫວຽດນາມກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ ຕາມສົນທິສັນຍາ ປາຣີ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດ.

ສ່ວນທ່ານ Andy Kinsella ກໍ່ຢັ້ງຢືນວ່າ ກຸ່ມບໍລິສັດ ມີນະໂຍບາຍເພື່ອໃຫ້ບຸລິມະສິດ ການຮ່ວມມືກັບບັນດາວິສາຫະກິດ ຫວຽດນາມ ຢ່າງສຸດຂີດ, ກໍ່ຄືການໃຫ້ບຸລິມະສິດນຳໃຊ້ເຕັກໂນໂລຢີ, ວັດສະດຸພາຍໃນປະເທດ.

 (ແຫຼ່ງຄັດຈາກ VOV)


top