ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄປກວດກາວຽກງານກະກຽມໃຫ້ແກ່ Sea Games 31 ຢູ່ແຂວງ ບັກນິງ

ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດານັກກິລາ, ຄູຝຶກຂອງທິມຄະນະນັກກິລາ ຫວຽດນາມ ຈະສືບຕໍ່ຮັກສາຄວາມສາມັກຄີ, ເປັນເອກະພາບ, ເສີມຂະຫຍາຍໝາກຜົນ, ຜົນງານທີ່ບັນລຸໄດ້.

ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດານັກກິລາ, ຄູຝຶກຂອງທິມຄະນະນັກກິລາ ຫວຽດນາມ ຈະສືບຕໍ່ຮັກສາຄວາມສາມັກຄີ, ເປັນເອກະພາບ, ເສີມຂະຫຍາຍໝາກຜົນ, ຜົນງານທີ່ບັນລຸໄດ້.

    

(ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄປຢ້ຽມຢາມ, ກວດກາວຽກງານກະກຽມການຈັດ Sea Games 31 ຢູ່ແຂວງ ບັກນິງ)

ຕອນເຊົ້າວັນທີ 3 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດຈັດງານມະຫາກຳລິກາອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 31 (Sea Games 31), ພ້ອມກັບຄະນະປະຕິບັດງານ, ໄປຢ້ຽມຢາມ, ກວດກາວຽກງານກະກຽມການຈັດ Sea Games 31; ລະດົມກຳລັງໃຈບັນດາທິມນັກກິລາຂອງຄະນະກິລາ ຫວຽດນາມ ທີ່ເຂົ້າຮ່ວມການແຂ່ງຂັນ Sea Games 31 ຢູ່ແຂວງ ບັກນິງ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຮຽກຮ້ອງໃຫ້ແຂວງ ບັກນິງ, ບັນດາອົງການວິຊາສະເພາະ ຈົ່ງສົມທົບກັນຢ່າງແໜ້ນແຟ້ນ, ກວດກາຄືນວຽກງານ, ໜ້າທີ່, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຄົງຄ້າງ, ເພີ່ມທະວີການປ້ອງກັນ ຕ້ານໂລກລະບາດໂຄວິດ-19… ເພື່ອໃຫ້ງານແຂ່ງຂັນບັນລຸຜົນສຳເລັດຢ່າງຈົບງາມ. ທ່ານຮອງນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດານັກກິລາ, ຄູຝຶກຂອງທິມຄະນະນັກກິລາ ຫວຽດນາມ ຈະສືບຕໍ່ຮັກສາຄວາມສາມັກຄີ, ເປັນເອກະພາບ, ເສີມຂະຫຍາຍໝາກຜົນ, ຜົນງານທີ່ບັນລຸໄດ້, ຕັ້ງໜ້າຝຶກອົບຮົມ ຕັດສິນໃຈແຂ່ງຂັນໃຫ້ບັນລຸຜົນງານສູງໃນ Sea Games 31.

(ແຫຼ່ງຄັດຈາກ VOV)


top