ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ: ແຜນນະໂຍບາຍກວດວິໄຈຫາເຊື້ອໄວຣັດຂອງພະຍາດ COVID – 19 ໃຫ້ປະຊາຊົນໃນວົງກວ້າງ

      ກວ໋າງນິງ ຕ້ອງຈັດຕັ້ງການເອົາຕົວຢ່າງເພື່ອກວດວິໄຈຫາເຊື້ອໄວຣັດກໍ່ພະຍາດ ໂຄວິດ - 19 ໂດຍໄວ ສຳລັບກຸ່ມຄົນທີ່ມີການສຳຜັດກັບຫຼາຍຄົນ ຕາມແຕ່ລະຄອບຄົວ ເພື່ອເປັນພື້ນຖານແກ່ການປ້ອງກັນ, ສະກັດກັ້ນບໍ່ໃຫ້ໂລກລະບາດແຜ່ລະບາດໃນຊຸມຊົນ”.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ປະຊຸມກັບການນຳກະຊວງສາທາລະນະສຸກ ແລະ ແຂວງ ກວ໋າງນິງກ່ຽວກັບວຽກງານປ້ອງກັນ,
ສະກັດກັ້ນໂລກລະບາດຢູ່ ທ້ອງຖິ່ນ (ພາບ: VGP)
      “ກວ໋າງນິງ ຕ້ອງຈັດຕັ້ງການເອົາຕົວຢ່າງເພື່ອກວດວິໄຈຫາເຊື້ອໄວຣັດກໍ່ພະຍາດ ໂຄວິດ - 19 ໂດຍໄວ ສຳລັບກຸ່ມຄົນທີ່ມີການສຳຜັດກັບຫຼາຍຄົນ ຕາມແຕ່ລະຄອບຄົວ ເພື່ອເປັນພື້ນຖານແກ່ການປ້ອງກັນ, ສະກັດກັ້ນບໍ່ໃຫ້ໂລກລະບາດແຜ່ລະບາດໃນຊຸມຊົນ”. ນັ້ນແມ່ນຄຳຊີ້ນຳຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໃນກອງປະຊຸມກັບການນຳກະຊວງສາທາລະນະສຸກ ແລະ ແຂວງ ກວ໋າງນິງກ່ຽວກັບວຽກງານປ້ອງກັນ, ສະກັດກັ້ນໂລກລະບາດຢູ່ ທ້ອງຖິ່ນ, ເຊິ່ງຖືກດຳເນີນໃນຕອນບ່າຍວັນທີ 4 ກຸມພາ, ພາຍໃຕ້ຮູບການທາງອອນລາຍ. ທ່ານກ່າວວ່າ:
        “ຂ້າພະເຈົ້າເຫັນດີວ່າ ຖ້າຫາກມີຄວາມຈຳເປັນ ແຂວງ ກວ໋າງນິງ ຕ້ອງປະຕິບັດການແຍກຕົວ, ຕ້ອງປິດເມືອງ ແຕ່ເຮັດແນວໃດປະຕິບັດໃນວົງແຄບທີ່ສຸດ. ເພາະວ່າ ມັນກ່ຽວຂ້ອງເຖິງຊີວິດການເປັນຢູ່ຂອງປະຊາຊົນ. ຖ້າຫາກຈຳກັດບໍລິເວນປະຕິບັດການແຍກຕົວໃນວົງກວ້າງ ແມ່ນຄວາມຕັດສິນໃຈທີ່ງ່າຍດາຍສຳລັບຜູ້ຄຸ້ມຄອງ ແຕ່ອີ່ຕົນປະຊາຊົນ. ແທນທີ່ຈະປິດທັງເມືອງ, ພວກເຮົາປິດ 2 – 3 ຕາແສງ, ແທນທີ່ປິດທັງຕາແສງ, ເຮົາປິດແຕ່ 2 – 3 ບ້ານເທົ່ານັ້ນ.”
        ຕາມບົດລາຍງານແລ້ວ, ໄລ່ຮອດປັດຈຸບັນ, ແຂວງ ກວ໋າງນິງ ຄົ້ນຫາປະຫວັດການໄປມາໄດ້ເກືອບ 81.700 ກໍລະນີກ່ຽວຂ້ອງເຖິງຜູ້ຕິດເຊື້ອ. ປັດຈຸບັນ, ແຂວງ ກວ໋າງນິງ ກວດວິໄຈຫາເຊື້ອໃຫ້ແກ່ 36.267 ກໍລະນີ, ໂດຍບຸລິມະສິດໃຫ້ແກ່ກໍລະນີ F1, F2 ແລະ ກໍລະນີມີອາການເປັນຫວັດ, ເປັນໄອ, ເປັນໄຂ້, ຫາຍໃຈຍາກ ແລະ ກ່ຽວຂ້ອງເຖິງລະບົບຫາຍໃຈ.
(ແຫຼ່ງຄັດຈາກ VOV)


top