ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຮັດວຽກກັບສະພາວິສາຫະກິດພັດທະນາແບບຍືນຍົງ

      ທີ່ການເຮັດວຽກໃນຕອນບ່າຍວັນທີ 10 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເນັ້ນໜັກວ່າ: ປະຈຸບັນ, ສະມັດຕະພາບແຫ່ງຊາດຂອງ ຫວຽດນາມ ພວມຕົກຢູ່ໃນລະດັບຕ່ຳສຸດ. 

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ
      ເພື່ອພັດທະນາໄວ, ບັນດາວິສາຫະກິດຕ້ອງສົ່ງເສີມ ແລະ ແບ່ງປັນບັນດາຫົວຄິດປະດິດສ້າງ, ພິເສດໃນສະພາບການໂລກາພິວັດຄືໃນປະຈຸບັນ, ການປະຕິວັດ 4.0 ພວມພັດທະນາຢ່າງແຮງ, ບັນດາວິສາຫະກິດ ຫວຽດນາມ ຕ້ອງກຳແໜ້ນໄດ້ກາລະໂອກາດ, ສ້າງຫຼາຍວຽກງານເພື່ອພັດທະນາໄວກ່ວາ. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ບັນດາວິສາຫະກິດຕ້ອງສ້າງວຽກເຮັດງານທຳ, ສ້າງບັນດາການບໍລິການດຶງດູດຜູ້ອອກແຮງງານທີ່ພວມວ່າງງານຈຶ່ງມີສະມັດຕະພາບສູງກ່ວາ. ຝຶກອົບຮົມໃຫ້ຜູ້ອອກແຮງງານກຳແໜ້ນທັກສະເຮັດວຽກທີ່ດີ ເພື່ອເພີ່ມສະມັດຕະພາບ ແລະ ມີຫຼາຍວຽກງງານເພື່ອໃຫ້ຫຼາຍຄົນພ້ອມກັນເຂົ້າຮ່ວມ.
   ທ່ານຮອງນາຍົກລັດຖະມົນຕີ ຖືວ່າ, ສະພາວິສາຫະກິດເພື່ອການພັດທະນາແບບຍືນຍົງ ຫວຽດນາມ ຕ້ອງສ້າງບັນດາເວທີປາໄສການໂອ້ລົມສົນທະນາ ຕາມຫົວເລື່ອງເພື່ອແກ້ໄຂສິ່ງຕິດຂັດ, ຜ່ານນັ້ນຊ່ວຍເພີ່ມທະວີການໜູນຊ່ວຍຈາກອົງການຂອງລັດ ດ້ວຍການພັດທະນາແບບຍືນຍົງຂອງວິສາຫະກິດ.
 (ແຫຼ່ງຄັດຈາກ VOV)

top