ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ: ເອົາໃຈໃສ່ເຖິງສຸດຂະພາບ, ຈິດໃຈຂອງປະຊາຊົນໃຫ້ຫຼາຍກວ່າອີກ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ສົ່ງຄຳອວຍພອນເຖິງໝູ່ຄະນະຄູອາຈານຂອງໂຮງຮຽນ; ຕີລາຄາສູງເລື່ອງບັນດາຄູອາຈານຂອງໂຮງຮຽນທັງສອນ, ທັງປະຕິບັດອາຊີບ, ໜູນຊ່ວຍປະຊາຄົມ.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຢ້ຽມຢາມມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ. (ພາບ: TTXVN)

ຕອນບ່າຍວັນທີ 11 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ໄປຢ້ຽມຢາມ ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດສາດ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ.

        ເນື່ອງໃນໂອກາດວັນຄູ ຫວຽດນາມ 20/11, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ສົ່ງຄຳອວຍພອນເຖິງໝູ່ຄະນະຄູອາຈານຂອງໂຮງຮຽນ; ຕີລາຄາສູງເລື່ອງບັນດາຄູອາຈານຂອງໂຮງຮຽນ ທັງສອນ, ທັງປະຕິບັດອາຊີບ, ໜູນຊ່ວຍປະຊາຄົມ; ທ່ານຫວັງວ່າ ບັນດາຄູອາຈານ, ນັກຊ່ຽວຊານດ້ານຈິດວິທະຍາ ຈະສືບຕໍ່ໜູນຊ່ວຍປະຊາຊົນໃນໄລຍະຈະມາເຖິງ. ຕາມທ່ານຮອງນາຍົກລັດຖະມົນຕີແລ້ວ, ກ່ອນນີ້ ບັນຫາກ່ຽວກັບສຸຂະພາບຍັງບໍ່ທັນໄດ້ຮັບຄວາມເອົາໃຈໃສ່ເທົ່າທີ່ຄວນ, ຜ່ານໂລກລະບາດໄດ້ຊີ້ໃຫ້ເຫັນແງ່ມູມທາງດ້ານຈິດໃຈມີຄວາມໝາຍສຳຄັນຍິ່ງ, ຕ້ອງໄດ້ເອົາໃຈໃສ່ຫຼາຍກວ່າ ແລະ ມີບັນດາມາດຕະການແກ້ໄຂຢ່າງລະອຽດເພື່ອໜູນຊ່ວຍປະຊາຊົນໃນບັນດາບັນຫາກ່ຽວຂ້ອງເຖິງສຸຂະພາບທາງດ້ານຈິດໃຈຂອງປະຊາຊົນ.

(ແຫຼ່ງຄັດຈາກ VOV)


top