ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນປະທານການປະຊຸມທາງອອນລາຍກັບນະຄອນໂຮ່ຈີມິນກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ

      ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ນະຄອນ ໂຮ່ຈີມິນ ເພີ່ມສະມັດຕະພາບວິໄຈ ເພື່ອສືບຕໍປະຕິບັດເປົ້າໝາຍນຳບັນດາກໍລະນີ F0 ໃຫ້ອອກຈາກຊຸມຊົນ
ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ
(ພາບ: VGP)
      ຕອນເຊົ້າວັນທີ 10 ກໍລະກົດ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໄດ້ເປັນປະທານການປະຊຸມມອບໜ້າທີ່ທາງອອນລາຍກັບຄະນະຊີ້ນຳຂອງນະຄອນ ໂຮ່ຈີມິນ ພາຍຫຼັງປະຕິບັດການແຍກຫ່າງສັງຄົມທົ່ວນະຄອນຕາມຄຳສັ່ງເລກທີ 16 ເປັນເວລາກວ່າ 1 ວັນ. ຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງໃຫ້ນະຄອນ ໂຮ່ຈີມິນ ເພີ່ມສະມັດຕະພາບວິໄຈ ເພື່ອສືບຕໍປະຕິບັດເປົ້າໝາຍນຳບັນດາກໍລະນີ F0 ໃຫ້ອອກຈາກຊຸມຊົນ; ທ່ານໃສ່ໃຈວ່າ ທາງນະຄອນຕ້ອງເກັບເອົາຕົວຢ່າງວິໄຈໃຫ້ຖືກຕ້ອງຕາມຄວາມຄືບໜ້າ.
        ໃນມື້ທຳອິດປະຕິບັດຄຳສັ່ງເລກທີ 16, ໄດ້ເກີດສະພາບລົດຕິດຢູ່ບັນດາເສັ້ນທາງດ່ວນ, ນະຄອນໂຮ່ຈີມິນ ໄດ້ສະເໜີຕໍ່ກະຊວງຄົມມະນາຄົມ ແລະ ຂົນສົ່ງ ຊີ້ນຳບັນດາແຂວງໃກ້ຄຽງແກ້ໄຂບັນຫາດັ່ງກ່າວ.
(ແຫຼ່ງຄັດຈາກ VOV)


top