ຂ່າວສານ

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນປະທານກອງປະຊຸມກ່ຽວກັບການທົດລອງວັກຊິນກັນໂຄວິດ - 19

      ທ່ານ ຫວູດຶກດາມ ກໍ່ໃສ່ໃຈກະຊວງສາທາລະນະສຸກປະຕິບັດສຳເລັດວິວັດການທົດລອງໂດຍໄວ ແລະ ແກ້ໄຂບັນຫາກ່ຽວກັບຊັບສິນທາງປັນຍາຢຸກຢາ Molnupiravir ປິ່ນປົວໂລກລະບາດໂຄວິດ - 19.
ກອງປະຊຸມກ່ຽວກັບ ວັກຊິນ ແລະ ຢາປິ່ນປົວໂລກລະບາດໂຄວິດ - 19 
      ຕອນບ່າຍວັນທີ 14 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເປັນປະທານກອງປະຊຸມກັບບັນດາກະຊວງ, ຂະແໜງການທີ່ມີໜ້າທີ່ຮັບຜິດຊອບ ແລະນັກຊ່ຽວຊານການແພດກ່ຽວກັບສະພາບການຄົ້ນຄ້ວາ, ຖ່າຍທອດເຕັກໂນໂລຢີ, ທົດລອງການສັກວັກຊິນຕໍ່ຄົນ, ການຜະລິດຢາ, ວັກຊິນກັນໂຄວິດ - 19. ຕາມບົດລາຍງານຂອງກະຊວງສາທາລະນະສຸກ ແລ້ວ, ການທົດລອງວັກຊິນກັນໂຄວິດ - 19ພາຍໃນປະເທດ 3 ຊະນິດພວມມີບັນດາບາດກ້າວທີ່ເປັນໜ້າຊື່ນຊົມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມຮຽກຮ້ອງໃຫ້ກະຊວງສາທາລະນະສຸກ ເປັນປະທານກອງປະຊຸມກັບສະພາຄຸນສົມບັດແຫ່ງຊາດ ແລະ ສະພາໃຫ້ຄຳປຶກສາເພື່ອອອກໃບຈົດທະບຽນ ເພື່ອຍົກອອກບັນດາຂໍ້ສະເໜີແນະ ກ່ຽກວັບວັກຊິນກັນໂຄວິດ - 19.
      ທ່ານ ຫວູດຶກດາມ ກໍ່ໃສ່ໃຈກະຊວງສາທາລະນະສຸກປະຕິບັດສຳເລັດວິວັດການທົດລອງໂດຍໄວ ແລະ ແກ້ໄຂບັນຫາກ່ຽວກັບຊັບສິນທາງປັນຍາຢຸກຢາ Molnupiravir ປິ່ນປົວໂລກລະບາດໂຄວິດ - 19.
(ແຫຼ່ງຄັດຈາກ VOV)


top